ດິນເຈື່ອນທັບ ມີຜູ້ເສຍຊີວີວິດ 25 ຄົນ ທີ່ປະເທດອິນເດຍ

ເຈົ້າໜ້າທີ່ທ້ອງຖິ່ນໃນ ບຸມໄບ ໃນອິນເດຍເປີດເຜີຍວ່າ ກໍລະນີເກີດເຫດດິນເຈື່ອນໃນປະເທດອິນເດຍເມື່ອວັນທີ 17 ກໍລະກົດ ໄດ້ເຮັດໃຫ້ບ້ານເຮືອນພັງເສຍຫາຍ ແລະ ມີຜູ້ເສຍຊິວິດຢ່າງໜ້ອຍ 25 ຄົນ ຂະນະທີ່ມີຜູ້ກູ້ໄພພະຍາຍາມຄົ້ນຫາຜູ້ລອດຊີວິດທີ່ຕິດຄ້າງຢູ່ໃຕ້ດິນເຈື່ອນທັບຖົມບ້ານເຮືອນດ້ວຍສອງມືເປົ່າ.

ຫຼັງເກີດເຫດຜ່ານໄປ 24 ຊົ່ວໂມງເຈົ້າໜ້າທີ່ໄດ້ຮັບລາຍງານວ່າມີບ້ານເຮືອນພັງເສຍຫາຍ 11 ຫຼັງ ຂະນະທີ່ຍັງເກີດນໍ້າຖ້ວມໃນຫຼາຍພື້ນທີ່ໃນເມືອງ ບຸມໄບ ຈົນເຮັດໃຫ້ການສັນຈອນໄປມາ ແລະ ໄຟໃນບໍລິເວນຊານເມືອງບຸມໄບຕ້ອງຍົກເລີກຊົ່ວຄາວ.

ແຫຼ່ງຂ່າວ : Reuters