ສຳເລັດກອງປະຊຸມຄະນະບໍລິຫານງານພັກ ເປີດກວ້າງ ຄັ້ງທີ 3 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ

ກອງປະຊຸມຄະນະບໍລິຫານງານພັກ ເປີດກວ້າງ ຄັ້ງທີ 3 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ ໄດ້ເປີດຂຶ້ນວັນທີ 15 ກໍລະກົດ 2021 ແລະ ໄດ້ສຳເລັດໃນຕອນບ່າຍວັນທີ 16 ກໍລະກົດ 2021 ນີ້, ທີ່ຫ້ອງປະຊຸມໃຫຍ່ກົມສ່ວຍສາອາກອນ ກະຊວງການເງິນ, ຊຶ່ງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືວຽກງານທີ່ສໍາຄັນອັນຮີບດ່ວນທີ່ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກ ເຊິ່ງຢ່າງຮອບດ້ານ.
ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ມີສະຫາຍ ຮອງເລຂາຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ,ຄະນະໜ່ວຍພັກຂຶ້ນກັບຄະນະພັກຮາກຖານອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ໄດ້ມີບາງຄໍາເຫັນທິດຊີ້ນຳກ່ຽວກັບກອງປະຊຸມ, ຊຶ່ງກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາສຳຄັນທີ່ຕິດພັນກັບວຽກງານການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ເປັນວາລະແຫ່ງຊາດ, ຊຶ່ງບັນດາສະຫາຍຄະນະພັກ, ຄະນະນໍາແຕ່ລະຂັ້ນໃຫ້ເອົາໃຈໃສ່ ແລະ ພ້ອມກັນສຸມໃສ່ຄົ້ນຄວ້າ, ສ້າງການຫັນ ປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ພ້ອມກັນປັບປຸງແກ້ໄຂບັນດາວຽກງານຕ່າງໆທີ່ເຫັນວ່າຍັງບໍ່ຄ່ອງຕົວໃຫ້ມີຄວາມສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ.
ພ້ອມກັນນີ້,ໃນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະສະ ໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂອງພັກ, ເຊື່ອມຊຶມກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI, ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI, ແຜນການດຳເນີນງານຂອງຄະນະບໍລິຫານງານພັກ ກະຊວງການເງິນ ສະໄໝທີ III (ນັບແຕ່ປີ 2021-2025), ຮ່າງບົດສະຫຼຸບການຈັດຕັ້ງແຜນພັດທະນາຂະແໜງການເງິນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021, ຮ່າງຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ແຜນດຳເນີນງານຂອງກະຊວງການເງິນໄລຍະ 5 ປີ (2021-2025) ແລະ ການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາກ່ຽວກັບແຜນການຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຮອບດ້ານ, ອັນສຳຄັນທີ່ສຸດແມ່ນຕ້ອງມີຄວາມຮັບຜິດຊອບ, ຄວາມຕັດສິນໃຈ ແລະ ຄວາມເປັນເອກະພາບ, ເປັນເຈົ້າການປະດິດສ້າງ, ກໍາລັງແຮງ ລວມຂອງທຸກພາກສ່ວນໃນລະບົບການເມືອງ ແລະ ທົ່ວສັງຄົມໃຫ້ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ ແລະ ກວ້າງຂວາງເຮັດໃຫ້ຂະແໜງການເງິນມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າບັນລຸຕາມລະດັບຄາດໝາຍ.
ຜ່ານການສະຫຼຸບຕີລາຄາກອງປະຊຸມຄະນະບໍລິຫານງານພັກ ເປີດກວ້າງ ຄັ້ງທີ 3 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ, ໄດ້ສຳເລັດຕາມລະດັບຄາດໝາຍ, ເພື່ອເປັນທິດຊີ້ນຳ-ນຳພາໃນການຈັດຕັ້ງປະຕິບັດຂອງບັນດາສະຫາຍຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກຂຶ້ນກັບຄະນະພັກຮາກຖານອ້ອມຂ້າງກະຊວງການເງິນ, ໄດ້ສືບຕໍ່ຊີ້ນຳ-ນຳພາຈັດຕັ້ງຜັນຂະຫຍາຍໃຫ້ເອົາໃຈຄົ້ນຄວ້າເຊື່ອມຊຶມມະຕິ, ຄຳສັ່ງຕ່າງໆຂອງພັກໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າໃຈຢ່າງທົ່ວເຖິງເລິກເຊິ່ງ, ມີແບບແຜນວິທີເຮັດວຽກ, ເຊີດຊູຄວາມຮັບຜິດຊອບ, ກຳແໜ້ນຫຼັກການທິດຊີ້ນຳຂອງພັກ, ຂອງລັດຖະບານ, ເລັ່ງທວນແກ້ໄຂບັນຫາຂໍ້ຄົງຄ້າງໃນຂົງເຂດຂອງຂະແໜງການເງິນ, ສ້າງໃຫ້ມີການຫັນປ່ຽນໃໝ່ໃນຖັນແຖວພະນັກງານ ຢ່າງເຂັ້ມແຂງຮອບດ້ານ, ເຮັດແທ້ທຳຈິງເສຍສະຫຼະອົດທົນ, ລະດົມສະຕິປັນຍາເຂົ້າໃນວຽກງານ, ເພື່ອພັດທະນາການປະຕິຮູບຂະແໜງການເງິນໃນຕໍ່ໜ້າໃຫ້ມີບາດກ້າວໃໝ່.

