ທ້າຍເດືອນມິຖຸນາ ຫາ 14 ກໍລະກົດ ແຂວງວຽງຈັນ ມີຜູ້ຕິດເຊື້ອໃນຊຸມຊົນ 50 ຄົນ

ທ່ານ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ຮອງຫົວໜ້າຄະນະສະເພາະກິດຂັ້ນແຂວງ ໃຫ້ຮູ້ວ່າ: ໃນກາງເດືອນມິຖຸນາ 2021 ຜ່ານມາ ທາງຄະນະສະເພາະຂັ້ນສູນກາງໄດ້ລາຍງານປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອເດີນທາງເຂົ້າມາແຂວງວຽງຈັນ, ຫລັງຈາກນັ້ນຈຶ່ງເກີດມີກໍລະນີຕິດເຊື້ອໃນຊຸມຊົນຂຶ້ນພາຍໃນແຂວງວຽງຈັນ ເຊັ່ນ: ການຕິດເຊື້ອພາຍໃນຄອບຄົວ, ການຕິດເຊື້ອຈາກຜູ້ໄດ້ສຳຜັດໃກ້ຊິດ ແລະ ການຕິດເຊື້ອໃນສະຖານທີ່ ທີ່ຜູ້ຕິດເຊື້ອເຂົ້າໄປພົວພັນ. ເຊິ່ງມາຮອດປັດຈຸບັນ ນັບແຕ່ວັນທີ 27 ມິຖຸນາ ຫາ 14 ກໍລະກົດ 2021 ແມ່ນມີຜູ້ຕິດເຊື້ອສະສົມ 50 ຄົນ.

ນັບຕັ້ງແຕ່ມີການເກີດການແພ່ລະບາດໂຄວິດຢູ່ໃນ ສປປ ລາວ ແຂວງວຽງຈັນ ມີຕິດເຊື້ອສະສົມທັງໝົດ 68 ຄົນ, ປົວດີກັບບ້ານແລ້ວ 37 ຄົນ, ຍັງກຳລັງປິ່ນປົວຢູ່ສູນ 31 ຄົນ ແລະ ຄາດວ່າວັນທີ 16 ກໍລະກົດ 2021 ນີ້ ຈະມີຜູ້ປິ່ນປົວດີອອກຈາກສູນປິ່ນປົວເພີ່ມ 10 ຄົນ.

ປັດຈຸບັນ, ຈຳນວນບ້ານແດງມີ 5 ບ້ານຄື: ບ້ານຫລັກ 52, ນາເລົາ, ບ້ານ ໃໝ່, ບ້ານນາບອນ ແລະ ບ້ານໜອງປຸ່ງ. ສຳລັບຜູ້ທີ່ມີຄວາມສ່ຽງສຳຜັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ໃຫ້ຮີບຮ້ອນໄປກວດຫາເຊື້ອຢູ່ໂຮງຮຽນມັດທະຍົມ ຫລັກ 52 ຂ້າງໂຮງໝໍນ້ອຍຫລັກ 52 ໂດຍບໍ່ເສຍຄ່າ ແລະ ຈໍາກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ເພື່ອຄວາມປອດໄພຂອງຕົນເອງ, ຄອບຄົບ ແລະ ສັງຄົມ.