ອາຣັບເລັ່ງກາຕາຍອມປະຕິບັດຕາມ 6 ຂໍ້ເພື່ອປາບປາມກໍ່ການຮ້າຍ

ກຸ່ມ 4 ປະເທດອາຣັບ ທີ່ຕັດການພົວພັນກັບກາຕາໄດ້ຮຽກຮ້ອງໃຫ້ກາຕາປະຕິບັດຕາມຫລັກປະຕິບັດ 6 ຂໍ້ ເພື່ອປາບປາມລັດທິຫົວຮຸນແຮງ ແລະ ກໍ່ການຮ້າຍ ລວມທັງວາງແຜນຫາມາດຕະການປະຕິບັດໃຫ້ໄດ້ ເຊິ່ງຖືເປັນຂັ້ນຕອນຂອງການປູທາງໄປສູ່ທາງອອກຈາກວິກິດໃນກຸ່ມອາຣັບ.
ກ່ອນໜ້ານີ້, ອາຣັບບີ ຊາອຸດິດ, ສະຫະນະຄອນ ເອເມຣັດ ອາຣັບ (UAE), ເອຢິບ ແລະ ບາເຣນ ຕັດການພົວພັນທາງການທູດກັບກາຕາ ນັບແຕ່ຕົ້ນເດືອນມິຖຸນາ ໂດຍກ່າວຫາວ່າ: ກາຕາສະໜັບສະໜູນກຸ່ມກໍ່ການຮ້າຍ ແລະ ກຸ່ມຫົວຮຸນແຮງ, ແຕ່ກາຕາປະຕິເສດຂໍ້ກ່າວຫາ ເຮັດໃຫ້ກຸ່ມແກນນຳອາຣັບຕັ້ງເງື່ອນໄຂ 13 ຂໍ້ໃຫ້ກາຕາປະຕິບັດຕາມ, ແຕ່ກາຕາປະຕິເສດອີກ. ທ່ານ ອັບດັດລາ ອັດມູອັດບິມີ ເອກອັກຄະລາຊະທູດອາຣັບບີ ຊາອຸດິດ ປະຈຳສະຫະປະຊາຊາດ ຖະແຫລງວ່າ: ກຸ່ມຜູ້ແທນ 4 ປະເທດໃນສະຫະປະຊາຊາດຍັງຍຶດໝັ້ນຕາມຫລັກ 6 ຂໍ້ທີ່ລັດຖະມົນຕີຕ່າງປະເທດຂອງພວກເຂົາໄດ້ຕົກລົງກັນໄວ້ໃນກອງປະຊຸມຢູ່ນະຄອນຫລວງໄຄໂຣໃນວັນທີ 5 ກໍລະກົດ ແລະ ຫວັງວ່າກາຕາຈະດຳເນີນຕາມຂໍ້ຕົກລົງນັ້ນ ເຊິ່ງລວມທັງການຍຶດໝັ້ນໃນການປາບປາມການກະທຳເຂົ້າຂ່າຍຫົວຮຸນແຮງ ແລະ ກໍ່ການຮ້າຍ, ສະກັດເງິນທຶນ ແລະ ແຫລ່ງລີ້ຊ້ອນຂອງກຸ່ມຕິດອາວຸດ, ຢຸດຕິການກະທຳທີ່ຍຸແຍ່ ລວມທັງກໍ່ໃຫ້ເກີດຄວາມກຽດຊັງ ຫລື ຄວາມຮຸນແຮງທັງໝົດ.

