ນາຍົກຍີ່ປຸ່ນ ກົ້ມຫົວຂໍໂທດປະຊາຊົນ ທີ່ຕ້ອງປະກາດສະຖານະການສຸກເສີນ ໃນນະຄອນຫລວງໂຕກຽວ

ອີງຕາມສຳນັກຂ່າວ ເຈແປນທູເດ ລາຍງານວ່າ: ເມື່ອວັນທີ 8 ກໍລະກົດ 2021, ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ທ່ານ ຊູງະ ໂຢຊິຮິເດະ ໄດ້ກົ້ມຫົວຄຳນັບ ແລະ ຂໍໂທດປະຊາຊົນໃນລະຫວ່າງການຖະແຫລງຂ່າວຫລັງຕັດສິນໃຈປະກາດສະຖານະການສຸກເສີນໃນນະຄອນຫລວງໂຕກຽວ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19, ຫລັງຈາກພົບຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຈາກອາທິດຜ່ານມາ. ໂດຍທ່ານນາຍົກໄດ້ກ່າວວ່າ: ເມື່ອຄຳນຶງເຖິງຜົນກະທົບຈາກໄວຣັສສາຍພັນເດລຕາ ແລະ ເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອກັບຄືນມາແພ່ລະບາດໄປທົ່ວປະເທດອີກ, ສະນັ້ນຈຶ່ງຈຳເປັນຕ້ອງຍົກລະດັບມາດຕະການປ້ອງກັນໃຫ້ເຂັ້ມງວດ.
ການປະກາດສະຖານະການສຸກເສີນຮອບໃໝ່ນີ້ຈະເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 12 ກໍລະກົດນີ້ ຫາ 22 ສິງຫາ 2021.
ເຊິ່ງໝາຍຄວາມວ່າງານມະຫາກຳການແຂ່ງຂັນກິລາໂອລິມປິກ ທີີ່ໄດ້ກຳນົດໄວ້ກ່ອນໜ້າແມ່ນຈະຈັດການແຂ່ງຂັນຢູ່ລະຫວ່າງວັນທີ 23 ກໍລະກົດ ຫາ 8 ສິງຫາ 2021 ແມ່ນຈະຢູ່ໃນມາດຕະການທັງໝົດ ແລະ ອາດຈະໄດ້ເລື່ອນການຈັດງານອອກໄປອີກ.

