ສ. ເກົາຫຼີ ເຈລະຈາຜະລິດວັກຊີນໂຄວິດ 1 ຕື້ໂດສ

ສຳນັກຂ່າວ ຣອຍເຕີ ລາຍງານວັນທີ 5 ກໍລະກົດນີ້ວ່າ: ຂະນະນີ້ ສ. ເກົາຫຼີ ກຳລັງເຈລະຈາກັບເຈົ້າຂອງຜູ້ຜະລິດວັກຊີນ mRNA ຊຶ່ງລວມມີທັງ ໄຟເຊີ ແລະ ໂມເດິນນາ ເພື່ອຜະລິດຢູ່ພາຍໃນປະເທດໃຫ້ໄດ້ 1 ຕື້ໂດສ

ຖ້າແຜນດັ່ງກ່າວຫາກຖືກຮັບຮອງ, ມັນຈະຊ່ວຍຄາຍຄວາມເຄັ່ງຕຶງການຕອບສະໜອງຄວາມຂາດແຄນວັກຊີນຕ້ານໂຄວິດ-19, ໂດຍສະເພາະແມ່ນຢູ່ໃນອາຊີ ແລະ ທັງຈະເຮັດໃຫ້ ສ. ເກົາຫຼີ ກາຍເປັນສູນກາງການຜະລິດວັກຊີນທີ່ໃຫຍ່ທີ່ສຸດ.

ຂະນະນີ້ ສ. ເກົາຫຼີ ໄດ້ບັນລຸຂໍ້ຕົກລົງຜະລິດວັກຊີນ 3 ປະເພດແລ້ວ, ຊຶ່ງລວມມີ: ແອສຕຣາເຊເນກາ, ໂນວາແວັກ ແລະ ສະປຸດນິກ ຂອງລັດເຊຍ. ນອກຈາກນັ້ນ ສ. ເກົາຫຼີ ຍັງບັນລຸຂໍ້ຕົກລົງບັນຈຸໃສ່ຫຼອດ ແລະ ຫຸ້ມຫໍ່ວັກຊີນ ໂມເດິນນາ ອີກດ້ວຍ.