ລົດໄຟຟ້າແຫ່ງອະນາຄົດໃນປະເທດລາວ, ນຳສະເໜີໂດຍ Jaguar Laos, EV Lao, ECCIL ແລະ RMA.

ລົດ EV ແມ່ນຫຍັງ? ເຮັດວຽກແນວໃດ? ເຮົາສາມາດສາກໄຟຟ້າໄດ້ຢູ່ໃສ? ການສະໜັບສະໜຸນຈາກພາກລັດມີຫຍັງແດ່? ທຸກຄຳຖາມທີ່ທ່ານກຳລັງສົງໃສຢຸ່ແມ່ນຫາຄຳຕອບໄດ້ທີ່ງານສຳມະນາ ລົດໄຟຟ້າແຫ່ງອະນາຄົດໃນປະເທດລາວ.
ເນື່ອງຈາກຄວາມກັງວົນທາງດ້ານສຸຂະພາບ ແລະ ສັງຄົມ, ພວກເຮົາຈຶ່ງມີການຈັດງານຜ່ານທາງ Live ສົດແທນ.
ຢ່າພາດ! ພວກເຮົາມີຂອງແຈກເປັນຜ້າປິດປາກ Jaguar ໂດຍຜ່ານການຈັບສະຫຼາກຈາກລາຍຊື່ຜູ້ເຂົ້າຮ່ວມຮັບຊົມ.
ຢ່າລືມກົດ Like ກົດ share ເພື່ອແບ່ງປັນຂ່າວສານໃຫ້ກັບຄົນອ້ອມຂ້າງທ່ານທີ່ສົນໃຈຮຽນຮູ້ຕື່ມກ່ຽວກັບ EV ໃນລາວ.
ທ່ານສາມາດຮັບຊົມ Live ສົດໄດ້ທີ່ເພຈ https://www.facebook.com/EuroChamLaos ໃນເວລາ 9:00 ໂມງ ຂອງວັນທີ 8 ເດືອນ 7 ປີ 2021 ນີ້ ຫຼື ທ່ານສາມາດເຂົ້າຮ່ວມງານຜ່ານ ZOOM ເພື່ອປະກອບຄຳຄິດເຫັນໂດຍການລົງທະບຽນຜ່ານ QR code ໃນຮູບດ້ານລຸ່ມໄດ້ເລີຍ.

