ເອີຣົບເຜີຍວ່າ ອາໄສຢູ່ຕິດທະເລ ຫລື ໃກ້ກັບແມ່ນ້ຳ ສຸຂະພາບດີກ່ວາຢູ່ໃນຕົວເມືອງ

ສູນວິໄຈເອີຣົບເພື່ອສິ່ງແວດລ້ອມ ແລະ ສຸຂະພາບມະນຸດ ພົບຜູ້ຄົນອາໄສຢູ່ໃນເຂດແມ່ນ້ຳ ຫລື ຕິດກັບທະເລ ຈະມີສຸຂະພາບດີ ກ່ວາຄົນຢູ່ໃນເມືອງ.
ຫາກທ່ານກຳລັງຢູ່ໃນໄລຍະລັງເລໃຈ ຫລື ແນມຫາບ່ອນຢູ່ ຫລື ເຮືອນຫລັງໃໝ່ ຂໍແນະນຳວ່າຄວນຈະໄປເລືອກຊື້ຢູ່ເຂດໃກ້ ກັບແມ່ນ້ຳ ຫລື ທະເລ ເພາະຜົນການວິໄຈຫລ້າສຸດຈາກສູນວິໄຈເອີຣົບເພື່ອສິ່ງແວດລ້ອມ ແລະ ສຸຂະພາບມະນຸດ ເຊິ່ງເປັນສ່ວນໜຶ່ງຂອງສະຖາບັນແພດສາດແພນນິຊູລາ ຂອງມະຫາວິທະຍາໄລເອັກເຊເຕີ ລະບຸວ່າ : ຜູ້ຄົນທີ່ອາໄສຢູ່ຕາມເມືອງ ທີ່ຕິດກັບແມ່ນ້ຳ ຫລື ແຄມທະເລ ຈະມີສຸຂະພາບທີ່ດີກ່ວາຄົນທີ່ມີເຮືອນຢູ່ໃນຕົວເມືອງ ຫລື ບໍ່ຕິດກັບແມ່ນ້ຳ ຫລື ທະເລ.
ຜົນການສຶກສາດັ່ງກ່າວນຳຂໍ້ມູນຈາກປີ 2001 ມາວິເຄາະ ໂດຍປຽບທຽບລະຫ່ວາງຂໍ້ມູນສຸຂະພາບຂອງຜູ້ທີ່ອາໄສຢູ່ຕາມ ແຄມແມ່ນ້ຳ ຫລື ແຄມທະເລແຕ່ລະຄົນມີສຸຂະພາບເປັນແນວໃດ ກັບໄລຍະຫ່າງຂອງເຮືອນຈາກແມ່ນ້ຳວ່າໄກອອກໄປເທົ່າໃດ ເຊິ່ງຜົນຈາກການສຶກສາພົບຄວາມກ່ຽວຂ້ອງລະຫ່ວາງຜູ້ທີ່ອາໄສຢູ່ໃກ້ກັບແມ່ນ້ຳ ຫລື ທະເລ ແລະ ຄວາມແຂງແຮງຂອງ ສຸຂະພາບຫລາຍກ່ວາຜູ້ທີ່ມີເຮືອນ ຫລື ອາໄສຢູ່ໃກ້ແມ່ນ້ຳມີສຸຂະພາບແຂງແຮງທີ່ສຸດ ເນື່ອງຈາກຊ່ວຍຫລຸດລະດັບຄວາມເຄັ່ງຄຽດ ໄດ້.
ດຣ. ເບນ ວີລເລີ ຫົວໜ້າທີມວິໄຈດັ່ງກ່າວ ລະບຸວ່າ : ເປັນທີ່ຮູ້ກັນດີຢູ່ແລ້ວວ່າຜູ້ທີ່ໄປທ່ອງທ່ຽວຕາມແຄມແມ່ນ້ຳ ຫລື ທະເລ ຈະມີໄລຍະເວລາທີ່ດີເມື່ອມາທ່ອງທ່ຽວ, ແຕ່ການສຶກສາທີ່ຜ່ານມາພົບຫລັກຖານຄວາມກ່ຽວຂ້ອງລະຫ່ວາງການໃຊ້ເວລາຢູ່ໃກ້ ກັບແມ່ນ້ຳທີ່ມີຜົນກະທົບຕໍ່ສຸຂະພາບໜ້ອຍທີ່ສຸດ.
“ການວິເຄາະຂໍ້ມູນຂອງພວກເຮົາເປັນໄປຢ່າງກ້ວາງຂວາງ ໂດຍການສຳຫລວດໃນທຸກໆຄົນ ເຊິ່ງເຖິງວ່າການສຶກສານີ້ຈະບໍ່ ສາມາດພິສູດເຫດ ແລະ ຜົນອອກມາໄດ້, ແຕ່ການສຶກສານີ້ກໍມີຜົນດີ ແລະ ເປັນປະໂຫຍດບໍ່ໜ້ອຍ”- ດຣ. ເບນ ກ່າວ.

