ກະຊວງສາທາລະນະສຸກ ຫວຽດນາມເລັ່ງທົດລອງສັກວັກຊີນ Nanocovax ໃຫ້ 13.000 ຄົນ

ອີງຕາມສຳນັກຂ່າວຂອງ ສສ ຫວຽດນາມ ລາຍງານໃນວັນທີ 25 ມິຖຸນານີ້ວ່າ: ກະຊວງສາທາລະນະສຸກຫວຽດນາມໄດ້ຮຽກປະຊຸມດ່ວນ ພາກສ່ວນກ່ຽວຂ້ອງເພື່ອຕີລາຄາຄວາມຄືບໜ້າຂອງການທົດລອງ ແລະ ແຜນການເປີດກວ້າງສັກວັກຊີນ Nanocovax ຂອງບໍລິສັດ Nanogen.
ສະພາ ຈັນຍາບັນແຫ່ງຊາດຕີລາຄາວ່າ ວັກຊີນ Nanocovax ມີຄວາມປອດໄພສູງ, ເບື້ອງຕົ້ນຍັງບໍ່ເກີດອາການຂ້າງຄຽງ, ສະນັ້ນ ເພື່ອຮັບປະກັນໃຫ້ແກ່ປະສິດທິພາບ ຈຶ່ງຈຳເປັນຕ້ອງໃຊ້ເວລາ ແລະ ຕົວຢ່າງອີກຈຳນວນໜຶ່ງ ໂດຍສະເພາະແມ່ນຜົນການວິເຄາະໃນຫ້ອງທົດລອງ
ພາຍຫຼັງພິຈາລະນາແລ້ວ, ກະຊວງສາທາລະນະສຸກໄດ້ຕົກລົງກັບສະຖາບັນ Pasteur ນະຄອນໂຮຈິມິນ ແລະ ມະຫາວິທະຍາໄລແພດສາດການທະຫານໃຫ້ມີການສັກທົດລອງກັບ 13.000 ຄົນອາສາສະໝັກໃຫ້ສຳເລັດໂດຍໄວໃນເຂັມທີ 1 ກ່ອນວັນທີ 15 ກໍລະກົດ ແລະ ສຳເລັດເຂັມທີ 2 ກ່ອນວັນທີ 15 ສິງຫາ ແລະ ໃນເດືອນສິງຫາຕ້ອງໃຫ້ມີຜົນລາຍງານຕໍ່ກະຊວງສາທາລະນະສຸກ
