ໝາກນັດມີປະໂຫຍດຫລາຍກ່ວາທີ່ທ່ານຄິດ

ໝາກໄມ້ທຳມະດາທີ່ບໍ່ທຳມະດາຊື່ວ່າ : ໝາກນັດມີວິຕາມິນເຊຊ່ວຍຍ່ອຍອາຫານແລ້ວ ໝາກນັດຍັງມີຄຸນປະໂຫຍດຫລາຍກ່ວາທ່ີເຮົາຄິດດັ່ງນີ້ :
- ກຳຈັດພະຍາດ ຫລື ແມ່ທ້ອງ : ຄຸນສົມບັດພິເສດຂອງໝາກນັດແມ່ນຊ່ວຍກຳຈັດພະຍາດເມື່ອກິນຕອນເຊົ້າຂະນະທ້ອງວ່າງ ແຕ່ມີຂໍ້ຈຳກັດສຳລັບຄົນທີ່ມີບັນຫາພະຍາດກົດໄຫລຍ້ອນ, ເປັນພະຍາດກະເພາະອາຫານບໍ່ຄວນດື່ມນຳ້ໝາກໄມ້ທີ່ມີກົດເມື່ອທ້ອງວ່າງ.
- ຊ່ວຍປົກປ້ອງຕັບ : ໝາກນັດຊ່ວຍກະຕຸ້ນການຫລັ່ງຂອງນຳ້ບີ ແລະ ຊ່ວຍໃນການກຳຈັດໄຂມັນ ແລະ ຄໍເລສເຕີໂຣນ. ໝາກນັດຖືເປັນຢາຊູກຳລັງທີ່ດີສຳລັບຕັບ ແລະ ຂໍແນະນຳໃຫ້ກິນໝາກນັດໃນເວລາເຮັດວຽກ ຫລື ໃຊ້ແຮງຫລາຍເກີນກຳລັງ.
- ຊ່ວຍກະຕຸ້ນ ແລະ ເຜົາຜານໄຂມັນ : ໝາກນັດມີເອັນໄຊທີ່ມີຊື່ສຽງໃນໂລກຂອງການແພດ ຊື່ວ່າ Bromelain ເອັນໄຊທີ່ກິນໄຂມັນ. ໝາກນັດນິຍົມໃຊ້ເປັນອາຫານສຳລັບຄວບຄຸມນຳ້ໜັກ ສາມາດຊ່ວຍເລັ່ງການເຜົາຜານອາຫານ ແລະ ເຜົາຜານໄຂມັນ.
- ຄວບຄຸມຄວາມເຄັ່ງຂອງຫລອດເລືອດ : ສຳລັບບຸກຄົນທີ່ມີຄວາມສ່ຽງຂອງພະຍາດຫົວໃຈ ແລະ ຫລອດເລືອດ ຈະແນະນຳໃຫ້ກິນໝາກນັດ ເພາະໝາກໄມ້ຊະນິດນີ້ຈະຊ່ວຍຫລຸດຄວາມເຄັ່ງຂອງຫລອດເລືອດ ແລະ ປ້ອງກັນການອັດຕັນຂອງຫລອດເລືອດ.

