4 ອາຫານເຮັດໃຫ້ໝາຕາຍໄວ

ມີອາຫານບາງຊະນິດທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງໝາໃຫ້ເຈັບປ່ວຍງ່າຍ ເຊິ່ງບໍ່ຄວນເອົາໃຫ້ໝາກິນມີດັ່ງນີ້ :
– ໂຄງໄກ່ຈືນ, ໄກ່ຈືນ : ອາຫານປະເພດຈືນເຫລົ່ານີ້ປະກອບໄປດ້ວຍແປ້ງ ແລະ ນຳ້ມັນໃນປະລິມານຫລາຍ ລວມທັງການປະສົມສານປຸງແຕ່ງລົດຊາດ, ແຕ່ງສີອາດເຮັດໃຫ້ຂົນໝາຫລົ່ນ, ຜິວໜັງຫຍາບ ຫລື ເປັນພູມແພ້ແບບຖາວອນໄດ້ ລວມທັງສານການປຸງແຕ່ງຕ່າງໆ ເຊັ່ນ : ນຳ້ຊ໊ອດ, ເກືອ, ແປ້ງນົວ, ສະອິວ ລ້ວນເປັນອັນຕະລາຍຕໍ່ໝາກໄຂ່ຫລັງ ແລະ ອະໄວຍະວະພາຍໃນຂອງໝາ.
– ຕັບໄກ່ປີ້ງ, ຕັບໄກ່ໜຶ້ງ : ໃນຕັບມີປະລິມານຟົສຟໍ ແລະ ວິຕາມິນອາຫລາຍ ຈຶ່ງເຮັດໃຫ້ເກີດອາການເລືອດກ້າມໄດ້ງ່າຍ ຫາກໝາໄດ້ຮັບວິຕາມິນອາຫລາຍເກີນໄປ ຈະເຮັດໃຫ້ໝາຕາຟາງໄວຫລາຍ ແລະ ຕາບອດໃນທີ່ສຸດ. ວິຕາມິນອາຍັງເຮັດໃຫ້ຜິວໜັງໝາແຫ້ງ ແລະ ລອກເປັນເກັດໄດ້ນຳອີກ.
– ໝູປີ້ງ : ສານເລັ່ງໃຫ້ໝູໃຫຍ່ໄວສາມາດຕົກຄ້າງໃນຊີ້ນໝູ ຕະຫລອດຮອດມີການພົບສານກໍ່ພະຍາດມະເຮັງທີ່ເກີດຈາກການເຜົາໄໝ້ທີ່ບໍ່ສົມບູນໃນຊີ້ນໝູພາກສ່ວນທີ່ໄໝ້ດຳ ລວມທັງສານປຸງແຕ່ງລົດຊາດທ່ີໃຊ້ໝັກຊີ້ນໝູ ເຫລົ່ານີ້ກໍອາດເຮັດໃຫ້ຂົນໝາຫລົ່ນ ແລະ ເປັນພະຍາດໝາກໄຂ່ຫລັງ ຕະຫລອດຈົນມີໂອກາເປັນພະຍາດມະເຮັງປ່ວຍຕາຍໄດ້.
– ປາທູ : ເປັນອາຫານທີ່ມີໄອໂອດີນ ຫລື ເກືອ ແລະ ປາທູມີປະ ລິມານໄອໂອດີນທີ່ສູງຫລາຍ ຈຶ່ງເປັນອາຫານອັນຕະລາຍທີ່ສຸດ ແລະ ເຮັດໃຫ້ຄ່າໝາກໄຂ່່ຫລັງຂອງໝາສູງຂຶ້ນໄດ້ຢ່າງໄວວາ.

