ກົດໝາຍໃຫມ່ຂອງ EU ເປີດທາງສະຫວ່າງໃຫ້ບໍລິສັດເອກະຊົນຂຸດແຮ່ເທິງດາວເຄາະນ້ອຍໄດ້ແລ້ວ

ເບິ່ງຄືວ່າມະນຸດຈະເປັນສິ່ງມີຊີວິດທີ່ມີຄວາມຍາກຢ່າງບໍ່ມີທີ່ສິ້ນສຸດ ຫຼັງຈາກທີ່ໄດ້ສະເໜີຂ່າວ ການຂຸດບໍ່ແຮ່ເທິງດວງຈັນຂອງບໍລິສັດດ Moon Express ໄປແລ້ວຄັ້ງໜຶ່ງ ຫລ້າສຸດປະເທດໃນສະຫະພາບເອີຣົບ ຫຼື EU ໄດ້ຮັບຮອງກົດໝາຍໃຫມ່ ທີ່ເຮັດໃຫ້ເບິ່ງເຫັນພາບໃນໂລກອະນາຄົດໄດ້ຈະແຈ້ງຂຶ້ນ ມັນເປັນຄືການເປີດທາງໃຫ້ບໍລິສັດເອກະຊົນ ສາມາດຄົ້ນຫາດາວເຄາະນ້ອຍດວງໃດທ່ີມີແຮ່ທາດທີ່ພວກເຂົາຕ້ອງການ ຈາກນັ້ນກໍທໍາການຂຸດເຈາະດາວເຄາະດວງນັ້ນ ແລະ ນໍາແຮ່ທາດກັບມາໂລກ ແລະ ພວກເຂົາກໍມີສິດໂດຍຊອບທໍາ ທີ່ຈະຄອບຄອງແຮ່ທາດທີ່ພວກເຂົາເອົາກັບມາຈາກດາວເຄາະດວງອື່ນ.

ແລະ ກົດໝາຍໃຫມ່ນີ້ ໄດ້ຮັບການຮັບຮອງແລ້ວ ໂດຍລັດຖະບານແຫ່ງປະເທດລຸກຊຳບວກ ເຊິ່ງເປັນປະເທດທໍາອິດທີ່ເຮັດໃຫ້ເກີດຄວາມກະຈ່າງແຈ້ງໃນແງ່ທີ່ວ່າ ໃຜຈະເປັນຜູ້ຄອບຄອງຊັບພະຍາກອນທີ່ຄົ້ນພົບໃນຫ້ວງອະວະກາດ ເຊິ່ງເນື້ອໃນກົດໝາຍໄດ້ມີການລະບຸເອົາໄວ້ກວ້າງ ແລະ ຖືເປັນໄຊຊະນະຢ່າງຍິ່ງໃຫຍ່ຂອງບໍລິສັດດ້ານການສໍາຫລວດອະວະກາດ ເພາະມີປະເທດທີ່ໃຫ້ການສະໜັບສະໜູນແນວຄິດຂອງການອອກໄປຊອກສະແຫວງຫາຊັບະຍາກອນເທິງດາວເຄາະນ້ອຍດວງໃດໆ ທີ່ຢູ່ໃກ້ໂລກຂອງເຮົາ.
ໂດຍຫຼັກໃຫຍ່ໃຈຄວາມສໍາຄັນຂອງຂໍ້ຄວາມກົດໝາຍຄື ບໍລິສັດເອກະຊົນໄດ້ຮັບອະນຸຍາດໃຫ້ອອກໄປຂຸດບໍ່ແຮ່ເທິງດາວເຄາະນ້ອຍໃດໆ ແລະ ມີສິດໃນການຄອບຄອງສິ່ງທີ່ພວກເຂົາຂຸດມາໄດ້ໂດຍຊອບທໍາ ແຕ່ບໍລິສັດກໍຕ້ອງຮັບຜິດຊອບກັບຄວາມເສຍຫາຍທີ່ອາດຈະເກີດຂຶ້ນຈາກພາລະກິດຂອງພວກເຂົານຳເຊັ່ນກັນ.
ຕໍ່ແຕ່ນີ້ໄປຕ້ອງຄອຍເຝົ້າເບິ່ງໃຫ້ດີວ່າບໍລິສັດເອກະຊົນລາຍໃດ ຈະເປັນເຈົ້າທໍາອິດທີ່ອອກໄປຂຸດບໍ່ແຮ່ເທິງດາວເຄາະນ້ອຍ ເຊິ່ງເລື່ອງທີ່ອາດຈະເກີດຂຶ້ນໃນບໍ່ຊ້າບໍ່ນານນີ້ ແລະ ເມື່ອມັນເກີດຂຶ້ນແທ້ ເຊື່ອວ່າຕ້ອງການຫຍັງທີ່ຫຼາຍກວ່າຂໍ້ກົດໝາຍນີ້ ເພື່ອໃຫ້ກິດຈະກໍາບໍ່ແຮ່ເທິງດາວເຄາະນ້ອຍ ດໍາເນີນໄປຢ່າງລາບລື່ນ ແລະ ເຮົາຈະໝັ້ນໃຈແນວໃດວ່າ ພວກເຂົາຈະບໍ່ຂັດຜົນປະໂຫຍດກັນເອງຈົນເຮັດໃຫ້ໂລກເກີດຄວາມວຸ້ນວາຍ.
