ຍີ່ປຸ່ນສະໜອງຊຸດປ້ອງກັນ PPEs ໃຫ້ ສປປ ລາວ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19

ໃນວັນທີ 9 ມິຖຸນານີ້, ສະຖານທູດຍີ່ປຸ່ນປະຈຳລາວ ໄດ້ມອບຊຸດປ້ອງກັນ ຫຼື PPEs ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃຫ້ ສປປ ລາວ, ເຊິ່ງພິທີມອບ-ຮັບໄດ້ມີຂຶ້ນທີ່ກະຊວງສາທາລະນະສຸກ ລະຫວ່າງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ ແລະ ດຣ. ມາກ ເຈຄອບ ຫົວໜ້າອົງການອະນາໄມໂລກປະຈຳລາວເຂົ້າຮ່ວມ.
ອຸປະກອນປ້ອງກັນດັ່ງກ່າວລວມມີ: ຊຸດປ້ອງກັນ 20.000 ຊຸດ, ໜ້າກາກໜາພິເສດ (ໜ້າກາກ N95) 8.000 ອັນ, ແວ່ນຕາປ້ອງກັນ 1.250 ຊຸດ ແລະ ຖົງມືການແພດ 50.000 ຄູ່. ເຊິ່ງເປັນຈັດຊື້ຈາກມູນນິທິອາຊີ-ເອີຣົບ (ASEF) ໃຫ້ທຶນໂດຍລັດຖະບານຍີ່ປຸ່ນ ແລະ ໄດ້ຖືກສົ່ງມາຈາກປະເທດສິງກະໂປມາເຖິງນະຄອນຫຼວງວຽງຈັນ ໂດຍຜ່ານການປະສານງານກັບອົງການອະນາໄມໂລກປະຈຳຫ້ອງການປາຊີຟິກຕາເວັນຕົກ (WPRO). ການສະໜອງຊຸດປ້ອງກັນຈາກຍີ່ປຸ່ນໃນເທື່ອນີ້ແມ່ນເປັນຄັ້ງທີສອງ, ເຊິ່ງເທື່ອທຳອິດແມ່ນຖືກຈັດສົ່ງໃນເດືອນ 2 ປີ 2020 ທີ່ຜ່ານມາ.
ທ່ານ ທູດຍີ່ປຸ່ນ ໄດ້ກ່າວວ່າ: “ຂ້າພະເຈົ້າຄາດຫວັງວ່າອຸປະກອນເຫຼົ່ານີ້ຈະເປັນປະໂຫຍດໃຫ້ແກ່ການຕໍ້ສູ້ກັບພະຍາດໂຄວິດ-19 ຢູ່ໃນທົ່ວປະເທດລາວບໍ່ຫຼາຍກໍໜ້ອຍ. ບໍ່ວ່າຍາມໃດປະເທດຍີ່ປຸ່ນໄດ້ຮ່ວມຄຽງຂ້າງກັບປະເທດລາວຕໍ່ສູ້ກັບພະຍາດໂຄວິດ-19 ສະເໝີມາ, ການຊ່ວຍເຫຼືອໃນຄັ້ງນີ້ຈະເຮັດໃຫ້ຄວາມສຳພັນໃນການເປັນຄູ່ມືທາງຍຸດທະສາດ ແລະ ການສ້າງຕັ້ງຄວາມສຳພັນທາງການທູດຄົບຮອບ 65 ປີໃນປີແລ້ວນີ້ມີຄວາມເຂັ້ມແຂງຍິ່ງຂຶ້ນກວ່າເກົ່າ”.

