ຜູ້ນຳເສດຖະກິດ ແລະ ສາທາລະນະສຸກໂລກຮຽກຮ້ອງ ປະເທດຮັ່ງມີຈັດສັນເງິນທຶນຊ່ວຍຢຸດຢັ້ງພະຍາດລະບາດ
ຜູ້ນຳອົງການສາກົນດ້ານເສດຖະກິດ ແລະ ສາທາລະນະສຸກໂລກ ຮຽກຮ້ອງໃຫ້ປະເທດຮັ່ງມີຈັດຫາເງິນທຶນ 50.000 ລ້ານໂດລາ ເພື່ອເລັ່ງກະຈາຍວັກຊີນໃຫ້ຄວບຄຸມທົ່ວໂລກ ເພື່ອຢຸດຢັ້ງການລະບາດຂອງໂຄວິດ-19.
ຜູ້ນຳກອງທຶນການເງິນສາກົນ (IMF), ທະນາຄານໂລກ (World Bank), ອົງການການຄ້າໂລກ (WTO) ແລະ ອົງການອະນາໄມໂລກ (WHO) ກ່າວໃນວັນທີ 1 ມິຖຸນາວ່າ: ປະເທດຕ່າງໆ ຈຳເປັນຕ້ອງດຳເນີນການກ່ອນໄວຣັສຈະມີໂອກາດແຜ່ລະບາດທົ່ວປະເທດທີ່ຍັງບໍ່ໄດ້ສັກວັກຊີນ ແລະ ກາຍພັນເປັນໄວຣັສສາຍພັນໃໝ່ທີ່ອັນຕະລາຍຂຶ້ນ.
ກຸ່ມອົງການສາກົນດັ່ງກ່າວລະບຸວ່າ: ປັດຈຸບັນມີການລະບາດສອງທາງລະຫວ່າງປະເທດຮັ່ງມີທີ່ປະຊາກອນຈຳນວນຫລາຍໄດ້ຮັບວັກຊີນແລ້ວ ກັບປະເທດທຸກຍາກທີ່ມີການສັກວັກຊີນໃຫ້ປະຊາຊົນບໍ່ເຖິງ 1% ເຊິ່ງແຕກຕ່າງກັນຫລາຍ.
ເຊິ່ງເງິນດັ່ງກ່າວຈະເອົາໄປໃຊ້ເພີ່ມກຳລັງການຜະລິດ, ສະໜັບສະໜູນ ແລະ ການສົ່ງມອບ ເຊິ່ງຈະເລັ່ງໃຫ້ເກີດການກະຈາຍຂອງການບົ່ງມະຕິພະຍາດ, ອົກຊີ, ການປິ່ນປົວ, ຢາ ແລະ ວັກຊີນຢ່າງເທົ່າທຽມ.
ອ້າງອີງ:

