ຜູ້ນຳສິງກະໂປຖະແຫລງຕໍ່ປະຊາຊົນ ໃຫ້ຄຳໝັ້ນວ່າຈະບໍ່ຍອມເປັນປະເທດທີ່ໂຈກ

ທ່ານ ລີ ຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ກ່າວຄຳຖະແຫລງຜ່ານການຖ່າຍທອດສົດທາງສະຖານີໂທລະພາບທົ່ວປະເທດ ພ້ອມຕັ້ງເປົ້າສັກວັກຊີນໃຫ້ຜູ້ໃຫຍ່ທຸກຄົນໃນປະເທດ ພາຍໃນຕົ້ນເດືອນສິງຫາ.
ນອກຈາກນີ້ ຍັງມີການປ່ຽນແຜນໃໝ່ ດ້ວຍການໃຫ້ເດັກນັກຮຽນເຂົ້າຮັບວັກຊີນໄດ້ໃນເດືອນນີ້ ຫລັງຂໍ້ມູນຈາກການລະບາດຄັ້ງຫລ້າສຸດຊີ້ວ່າ: ມີການຕິດເຊື້ອພາຍໃນໂຮງຮຽນ ແລະ ສະຖາບັນສອນເພີ່ມເພີ່ມຫລາຍຂຶ້ນ, ເຖິງວ່າເດັກຈະບໍ່ມີອາການປ່ວຍຮຸນແຮງ ແຕ່ຍັງສ້າງຄວາມກັງວົນໃຫ້ຜູ້ປົກຄອງຢູ່ດີ.
ຜູ້ນຳສິງກະໂປຍອມຮັບວ່າ: ປະຊາຊົນຕ້ອງຮຽນຮູ້ທີ່ຈະຢູ່ກັບໂຄວິດ-19, ແຕ່ຕາບໃດທີ່ປະຊາກອນສ່ວນຫລາຍໃນປະເທດໄດ້ຮັບວັກຊີນແລ້ວ ການຫາທີ່ມາຂອງການລະບາດ, ການແຍກຜູ້ຕິດເຊື້ອ ແລະ ການປິ່ນປົວຈະເຮັດໄດ້ງ່າຍຂຶ້ນ ແລະ ສາມາດປ້ອງກັນການລະບາດຄັ້ງໃຫຍ່ໄດ້ໃນທີ່ສຸດ.

