ຍີ່ປຸ່ນມອບເງິນສະໜັບສະໜູນເປົ້າໝາຍ ການພັດທະນາແບບຍືນຍົງຂອງ UN

ຍີ່ປຸ່ນປະກາດມອບເງິນສະໜັບສະໜູນເປົ້າໝາຍການພັດທະນາແບບຍືນຍົງພາຍໃນປີ 2020 (2030 Sustainable Development Goals) ຂອງອົງການສະຫະປະຊາຊາດ (UN) ເປັນເງິນຈຳນວນ 1.000 ລ້ານໂດລາສະຫະລັດ.
ການປະກາດມອບເງິນສະໜັບສະໜູນຂອງຍີ່ປຸ່ນມີຂຶ້ນລະຫວ່າງກອງປະຊຸມເຈົ້າໜ້າທີ່ລະດັບສູງ ເພື່ອຕີລາຄາຄວາມຄືບໜ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 17 ຂໍ້ ໃນວັນທີ 17 ກໍລະກົດນີ້. ເປົ້າໝາຍ 17 ຂໍ້ທີ່ບັນດາຜູ້ນຳຈາກປະເທດສະມາຊິກ UN ລົງມະຕິຮັບຮອງຄວບຄຸມການແກ້ໄຂບັນຫາຫລາຍດ້ານເຊັ່ນ: ຄວາມທຸກຍາກ ແລະ ການສຶກສາ ລວມທັງສະໜັບສະໜູນຄວາມເທົ່າທຽມທາງເພດ, ສົ່ງເສີມການເບິ່ງແຍງສຸຂະພາບໃນໄວໜຸ່ມ, ອະນຸລັກທຳມະຊາດ ແລະ ຫລຸດຄວາມສ່ຽງຈາກໄພພິບັດທາງທຳມະຊາດ.
ທ່ານ ຟຸມິໂອະ ຄິຊິດະ ລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ ກ່າວວ່າ: ວິໄສທັດຂອງຍີ່ປຸ່ນທີ່ມີຕໍ່ເປົ້າໝາຍຂອງ UN ຄືຈະຊ່ວຍສ້າງສັງຄົມແຫ່ງຄວາມເທົ່າທຽມ ແລະ ມີຄວາມຫລາກຫລາຍ ໂດຍບໍ່ມີໃຜຖືກຖິ້ມໄວ້ທາງຫລັງ. ເຖິງຢ່າງໃດກໍດີ, ທ່ານ ອັນໂຕນິໂອ ກູເຕີເຣ ເລຂາທິການ UN ກ່າວວ່າ: ຄວາມຄືບໜ້າໃນການດຳເນີນງານດ້ານຕ່າງໆຍັງຊັກຊ້າເກີນກວ່າຈະສາມາດບັນລຸເປົ້າໝາຍໄດ້ຕາມກຳນົດໃນປີ 2020.

