ໝາກມ່ວງ ໝາກໄມ້ໃຫ້ຫລາຍວິຕາມິນ

ໝາກມ່ວງອຸດົມໄປດ້ວຍວິຕາມິນ A, ວິຕາມິນ C ແລະ ວິຕາມິນ E ລວມທັງແຮ່ທາດຕ່າງໆ ເຊັ່ນ : ໂປຕັສຊຽມ, ແມັກນີຊຽມ, ການຊຽມ ແລະ ຟົສຟໍ ເປັນຕົ້ນ. ໂດຍໝາກມ່ວງດິບ 100 ກຣາມ ຈະໃຫ້ພະລັງງານໂດຍປະມານ 60 ກິໂລກາລໍຣີ. ສ່ວນໝາກມ່ວງສຸກ 100 ກຣາມ ຈະໃຫ້ພະລັງງານໂດຍປະມານ 93 ກິໂລກາລໍຣີ.
+ ປະໂຫຍດຂອງໝາກມ່ວງ :
- ໝາກມ່ວງມີແມັກນີຊຽມ ແລະ ໂປຕັສຊຽມ ເຊິ່ງແມັກນີຊຽມມີຄຸນສົມບັດຊ່ວຍໃນການຂະຫຍາຍ ແລະ ຜ່ອນຄາຍຫລອດເລືອດ. ສ່ວນໂປຕັສຊຽມມີໜ້າທີ່ສຳຄັນໃນການເພີ່ມອັດຕາການໄຫລວຽນຂອງເລືອດໃນລະບົບປະສາດ.
- ສາມາດປິ່ນປົວລະດັບຄໍເລສເຕີໂຣນໃນຮ່າງກາຍ ຫາກກິນກິນເປັນປະຈຳ ເພາະໃນໝາກມ່ວງມີວິຕາມິນ C ຫລາຍ.
- ປ້ອງກັນ ແລະ ຫລຸດຄວາມສ່ຽງການເກີດພະຍາດມະເຮັງ ເຊັ່ນ : ມະເຮັງເຕົ້ານົມ, ມະເຮັງລຳໄສ້, ມະເຮັງຕ່ອມລູກໝາກ, ມະເຮັງຜິວໜັງ ເປັນຕົ້ນ.
- ໝາກມ່ວງເໝາະສົມກັບແມ່ຍິງທີ່ກຳລັງຖືພາ ເນື່ອງຈາກໝາກມ່ວງມີທາດເຫລັກຊ່ວຍປິ່ນປົວອາການເລືອດຈາງໃນແມ່ຍິງຖືພາໄດ້.
- ຊ່ວຍສ້າງພູມຕ້ານທານໃຫ້ແກ່ຮ່າງກາຍ ຊ່ວຍໃຫ້ຜິວພັນສົດໃສ ເພາະອຸດົມໄປດ້ວຍວິຕາມິນ A, ວິຕາມິນ C ແລະ ສານຕ້ານອະນຸມູນອິດສະລະ.
- ເປັນໝາກໄມ້ບຳລຸງສາຍຕາ ແລະ ປ້ອງກັນຄວາມຜິດປົກກະຕິຕ່າງໆກ່ຽວກັບຕາ ເຊັ່ນ : ຕາຕໍ້, ຕາຟາງ, ຈໍປະສາດຕາເສື່ອມ, ຕາແຫ້ງ ແລະອື່ນໆ ເນື່ອງຈາກອຸດົມໄປດ້ວຍເບຕ້າແຄໂຣທີນອ່າວຫລາຍ.
- ມີສ່ວນຊ່ວຍໃນການຈື່ຈຳ ເຊິ່ງຈາກການສຶກສາຂອງ journal Oxidative Medicine ພົບວ່າ ໃນໝາກມ່ວງມີວິຕາມິນ B6 ທີ່ມີໜ້າທີ່ສຳຄັນໃນການເບິ່ງແຍງ ແລະ ປັບປຸງການເຮັດວຽກຂອງສະໝອງ.
- ເປັນໝາກໄມ້ບຳລຸງຮ່າງກາຍທີ່ຊ່ວຍກະຕຸ້ນສະມັດຕະພາບທາງເພດ ເພາະອຸດົມໄປດ້ວຍວິຕາມິນ
- ໝາກມ່ວງດິບມີທາດການຊຽມຫລາຍ ແລະ ຊ່ວຍປ້ອງກັນອາການເລືອດອອກຕາມເຟັນແຂ້ວ.
- ໝາກມ່ວງສຸກມີສ່ວນຊ່ວຍໃນການຂັບຖ່າຍ, ມີລິດເປັນຢາລະບາຍ ທັງຍັງສາມາດຊ່ວຍຍ່ອຍອາຫານໄດ້ນຳ.
- ໝາກມ່ວງສຸກຊ່ວຍແກ້ໄຂ້ຫວັດໄດ້.
+ ກິນໝາກມ່ວງໃຫ້ປອດໄພ : ເນື່ອງຈາກໝາກມ່ວງເປັນໜຶ່ງໃນໝາກໄມ້ທີ່ມີລົດຊາດຫວານ ປະກອບໄປດ້ວຍນ້ຳຕານຈຳນວນຫລາຍ ທັງຍັງມີປະລິມານຄາໂບໄຮເດຣດຫລາຍ ເຊິ່ງໝາກມ່ວງດິບຈະມີຄາໂບໄຮເດຣດທີ່ຢູ່ໃນຮູບແບບຂອງແປ້ງ, ແຕ່ເມື່ອເລີ່ມສຸກ ແປ້ງເຫລົ່ານີ້ຈະປ່ຽນເປັນນ້ຳຕານໃນກຸ່ມຂອງກລູໂກສ, ຟຣຸກໂຕສ ແລະ ຊູໂກສ ທີ່ຈະດູດຊຶມໄວ ສົ່ງຜົນກັບລະດັບນ້ຳຕານໃນເລືອດ ເຊິ່ງສິ່ງນີ້ເອງອາດເກີດຜົນເສຍກັບຮ່າງກາຍຫາກກິນຫລາຍຈົນເກີນໄປ. ດັ່ງນັ້ນ ບໍ່ຄວນກິນເກີນມື້ລະ 2 ໜ່ວຍບໍລິໂພກ ຫລື ປະມານ 60 ກຣາມ. ຜູ້ທີ່ຢາກຫລຸດນ້ຳໜັກຕ້ອງຄວບຄຸມປະລິມານການກິນ ໂດຍສະເພາະໝາກມ່ວງສຸກ ທັງນີ້ຄົນປ່ວຍພະຍາດເບົາຫວານຄວນປຶກສາແພດກ່ອນກິນໝາກມ່ວງສຸກ ຫລື ໝາກໄມ້ທີ່ມີລົດຊາດຫວານປະກອບດ້ວຍນ້ຳຕານຫລາຍ ເພື່ອຄວາມປອດໄພຕໍ່ສຸຂະພາບຂອງໂຕທ່ານເອງ.

