ແຂວງສາລະວັນ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີອີກ 3 ຄົນ ແລະ ພວມປິ່ນປົວ 2 ຄົນ

ແຂວງສາລະວັນ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ເພີ່ມອີກ 3 ຄົນ, ຄື 1: ເພດຊາຍ ອາຍຸ 28ປີ, ອາຊີບ ຄ້າຂາຍ, ຢູ່ບ້ານ ຫັກສອງ ເມືອງ ແລະ ແຂວງສາລະວັນ; 2, ເພດຊາຍ ອາຍຸ 20 ປີ ອາຊີບ: ນັກສຶກສາ ຢູ່ບ້ານ ຫັກສອງ ເມືອງ ແລະ ແຂວງສາລະວັນ, 3, ເພດຍິງ ອາຍຸ 35 ປີ ອາຊີບ ຄ້າຂາຍ ຢູ່ບ້ານ ຫັກສອງ ເມືອງ ແລະ ແຂວງສາລະວັນ ຈໍານວນຜູ້ກ່ຽວແມ່ນກວດພົບເຊື້ອໂຄວິດ-19 ໃນຄັ້ງວັນທີ 7 ພຶດສະພາ 2021 ມາຈາກການສໍາຜັດໃກ້ຊິດກັບກໍລະນີຜູ້ທີ: 249 ຂອງປະເທດ ແລະ ກໍລະນີທີ 2 ຂອງແຂວງສາລະວັນ ເປັນຄົນໃນຄອບຄົວດຽວກັນ ຈາກນັ້ນໄດ້ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍແຂວງສາລະວັນ  14 ວັນ ແລະ ໄດ້ຮັບການເອົາໃຈໃສ່ປິ່ນປົວຈາກທີມງານແພດໝໍຢ່າງປົກກະຕິ ແລະ ຕໍ່ເນື່ອງຈົນເຮັດໃຫ້ອາການຂອງພວກຜູ້ກ່ຽວດີຂື້ນ, ແລ້ວກວດຫາເຊື້ອຈຳນວນ 4 ຄັ້ງ ໃນນັ້ນຄັ້ງທີ 1 ຜົນກວດແມ່ນພົບເຊື້ອ, ພາຍຫຼັງກວດອີກ 3 ຄັ້ງແມ່ນບໍ່ພົບເຊື້ອ, ສໍາລັບອາການຂອງພວກຜູ້ກ່ຽວແມ່ນບໍ່ມີໄຂ້, ໄອ,ຈາມ, ບໍ່ເມື່ອຍ, ບໍ່ຫາຍໃຈຟຶດ, ກິນ-ດື່ມໄດ້ດີປົກກະຕິ.

ພິທີຈັດສົ່ງຜູ້ປິ່ນປົວຫາຍດີກັບບ້ານໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2021 ທີ່ໂຮງໝໍແຂວງສາລະວັນ, ໂດຍມີ ທ່ານ ດຣ ນາງ ບຸນໂຮມ ໂງ່ນກະເສີມ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງສາລະວັນ, ທ່ານ ດຣ ວັນທອງ ບຸນວິໄລ ອໍານວຍການໂຮງໝໍແຂວງສາລະວັນ ພ້ອມດ້ວຍທີມງານແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ປະຈຸບັນແຂວງສາລະວັນ ລວມມີຜູ້ຕິດເຊື້ອທັງໝົດ 13 ຄົນ, ປິ່ນປົວຫາຍດີແລ້ວ 11 ຄົນ ແລະ ພວມກຳລັງປິນປົວ 2 ຄົນ.