ກວດພົບຮ້ານອິນເຕີເນັດຄາເຟ່ ລະເມີດມາດຕະການ 2 ຮ້ານ

ພັທ ຄຳພອນ ພົມມະຈັນ ຫົວໜ້າພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ນວ ໃຫ້ຮູ້ວ່າ: ວັນທີ 20 ພຶດສະພາ 2021 ນີ້ ໄດ້ ສຶກສາອົບຮົມເຈົ້າຂອງກິດຈະການຮ້ານອິນເຕີເນັດຄາເຟ່ຈຳນວນ 2 ຮ້ານ ທີລັກລອບເປີດໃຫ້ບໍລິການຄື: ຮ້ານອິນເຕີເນັດຄາເຟ່ໄລອອນກຸບ ຕັ້ງຢູ່ບ້ານດົງໂດກ ເມືອງໄຊທານີ ນວ ແລະ ຮ້ານອິນເຕີເນັດກາເຟພີພີຄັບ ຕັ້ງຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ນວ ທັງ 2 ຮ້ານ ບໍ່ປະຕິບັດຕາມຄຳແນະນຳຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 006/ຈນວ ລົງວັນທີ 22 ເມສາ 2021.
ການກວດກາຄັ້ງນີ້ເຈົ້າໜ້າທີ່ພົບເຫັນຄອມພິວເຕີຮ້ານລະ 1 ຊຸດ, ເຄື່ອງປີ່ນເຕີ 1 ຊຸດ ແລະ ພົບເຫັນລູກຄ້າເຂົ້າມາເຕີມເຊີ ເຈົ້າໜ້າທີ່ຈຶ່ງໄດ້ເຮັດບົດບັນທຶກ ສຶກສາອົບຮົມເຈົ້າຂອງຮ້ານທັງສອງ ໃຫ້ຢຸດເຊົາ ພ້ອມທັງນຳເຄື່ອງຄອມພິວເຕີ ແລະ ອຸປະກອນຮັບໃຊ້ທີ່ຕິດພັນກັບການໃຫ້ບໍລິການເຕີມເຊີຈຳນວນ 2 ຊຸດ ມາຮັກສາໄວ້ຢູ່ຫ້ອງຕຳຫຼວດ ປກສ ນວ.
ໃນໄລຍະເພີ່ມທະວີວຽກງານປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ກຳລັງ ປກສ ນວ ຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມໂດຍສະເພາະຜູ້ປະກອບການຮ້ານອິນເຕີເນັດກາເຟ ໃຫ້ປະຕິບັດຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຂໍໃຫ້ມີພັນທະໜ້າທີ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເພື່ອຜົນປະໂຫຍດລວມຂອງຊາດຂອງສັງຄົມ.

