ພາຍຸພັດເຂົ້າເມືອງໂຂງ ສ້າງຄວາມເສຍຫາຍ 254 ຄອບຄົວ

ທ່ານ ອານຸແສງ ຈັນທະລາວົງກຳມະການພັກເມືອງ ຫົວໜ້າຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງໂຂງໃຫ້ຮູ້ໃນເບື້ອງຕົ້ນວ່າ:ວັນທີ 17 ພຶດສະພາ 2021 ທີ່ຜ່ານມາໄດ້ເກີດມີພາຍຸພັດເຂົ້າເມືອງໂຂງ ເປັນເຫດເຮັດໃຫ້ເຮືອນຊານຂອງພໍ່ແມ່ປະຊາຊົນໄດ້ຮັບຜົນກະທົບຈຳນວນ 254 ຄອບຄົວ ແລະ ບໍ່ມີທີ່ຢູ່ອາໄສອີກຈຳນວນໜຶ່ງ.
ຮອດວັນທີ 18 ພຶດສະພາ ທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ ໄດ້ລົງຕິດຕາມເບິ່ງຜົນກະທົບໂຕຈິງຢ່າງຮີບດ່ວນເປັນຕົ້ນ: ຫົວສັນ, ຫາງສັນ, ແສນລ່າມ, ໂຂງຫາດງິ້ວ ແລະ ໂຂງແຫຼມ. ໂອກາດນີ້ ຫົວໜ້າຫ້ອງການແຮງງານສະຫວັດດີການ ແລະ ສັງຄົມລາຍງານຕື່ມວ່າ: ພາຍຸລະດູຮ້ອນ ໄດ້ສ້າງຄວາມເສຍຫາຍເປັນບໍລິເວນກວ້າງພໍສົມຄວນ ມີຈຳນວນ 9 ບ້ານທີ່ໄດ້ຮັບຜົນກະທົບຄື: ໂຂງຫາດງິ້ວ ມີຈຳນວນ 23 ຄອບຄົວ, ໂຂງແຫຼມ 19 ຄອບຄົວ, ຫົວສັນ 52 ຄອບຄົວ, ຫາງສັນ 36 ຄອບຄົວ, ແສນລ່າມ 37 ຄອບຄົວ, ນາລານ 30 ຄອບຄົວ, ຫ້ວຍໄຮ 52 ຄອບຄົວ, ລົມພັດ 5 ຄອບຄົວ ແລະ ນາແສນພັນ ມີ 28 ຄອບຄົວ.
ສ່ວນມູນຄ່າຜົນເສຍຫາຍຕົວຈິງ ແມ່ນຍັງສືບຕໍ່ເກັບກຳຂໍ້ມູນຕື່ມ

