18 ພຶດສະພາ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ 49 ຄົນ

​ປັດຈຸບັນການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່ ສປປ ລາວ ຍັງ​ສືບ​ຕໍ່​ແຜ່​ລະບາດ​ເປັນ​ວົງ​ກວ້າງ ຢູ່​ບັນດາ​ແຂວງ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ມາຮອດວັນ​ທີ 18 ພຶດສະພາ 2021 ນີ້, ຄະນະ​ສະ​ເພາະ​ກິດ ກວດ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ໃໝ່ 49 ຄົນ. ​ໃນ​ນັ້ນ, ຢູ່​ນະຄອນຫລວງ​ວຽງ​ຈັນ 8 ຄົນ, ຈຳປາ​ສັກ 15 ຄົນ (ນຳ​ເຂົ້າ)​, ​ແຂວງບໍ່​ແກ້ວ 26 ຄົນ (​ເມືອງ​ຕົ້ນ​ເຜິ້ງ 25 ຄົນ),ລວມຕົວ​ເລກ​ສະ​ສົມ​ຜູ້​ຕິດ​ເຊື້ອທັງ​ໝົດ 1.687 ຄົນ​, ​ເສຍ​ຊີວິດ​ສະ​ສົມ 2 ຄົນ, ປິ່ນປົວ​ຫາຍ​ດີ 686 ຄົນ, ຍັງ​ສືບ​ຕໍ່​ປິ່ນປົວ 999 ຄົນ.

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 18 ພຶດສະພາ 2021 ນີ້​ວ່າ: ໃນວັນທີ 17 ພຶດສະພາ ຄະນະ​ສະ​ເພາະ​ກິດ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1.967 ຕົວຢ່າງ, ໃນນັ້ນ ນະຄອນຫລວງ 1.199ຕົວຢ່າງ, ບໍ່ແກ້ວ 29 ຕົວຢ່າງ ແລະ ທີ່ເຫລືອແມ່ນແຂວງອື່ນໆ 739 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 49 ຄົນ. ​ໃນ​ນັ້ນ, ຄົນເຈັບຕິດເຊື້ອໃໝ່ຢູ່ນະຄອນຫລວງ 8 ຄົນ ແມ່ນຕິດເຊື້ອຈາກຄົນເຈັບເກົ່າ ທີ່ຕິດເຊື້ອໃນຊຸມຊົນ, ແຂວງບໍ່ແກ້ວ 26 ຄົນ ນັ້ນ, 1 ຄົນແມ່ນຕິດເຊື້ອໃນແຂວງບໍ່ແກ້ວ ທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ ສ່ວນ 25 ຄົນ ທີ່ຕິດເຊື້ອຢູ່ເຂດເສດຖະກິດພິເສດ ແມ່ນຕິດເຊື້ອພາຍໃນຊຸມຊົນ, ສໍາລັບ ແຂວງຈໍາປາສັກ 15 ຄົນ ແມ່ນກໍລະນີນຳເຂົ້າ, ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດ​ແບບຖືກກົດໝາຍ.

ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່ ສປປ ລາວ ເຫັນວ່າການລາຍງານຈຳນວນກໍລະນີ   ໃໝ່ບາງແຂວງ ມີທ່າອ່ຽງຢູ່ໂຕ ແລະ ຫລຸດລົງ, ແຕ່ສະເພາະໃນນະຄອນຫລວງວຽງຈັນ ແລະ ແຂວງ ບໍ່ແກ້ວ (ເຂດເສດຖະກິດພິເສດ) ແມ່ນຍັງສືບຕໍ່ມີຄົນເຈັບຕິດເຊື້ອໃໝ່ ທີ່ລະບາດໃນຊຸມຊົນ ໂດຍສະ ເພາະໃນອາທິດນີ້, ສັງເກດເຫັນວ່າ ລັກສະນະການລະບາດພາຍໃນນະຄອນຫລວງວຽງຈັນ ແມ່ນແຜ່ກະຈາຍໄປຫລາຍບ້ານ, ຫລາຍເມືອງ, ມີຄົນເຈັບຕິດເຊື້ອໃໝ່ຕິດຕໍ່ກັນເປັນຫລາຍລຸ້ນ, ເກີດເປັນຈຸ້ມຫລາຍບ່ອນ, ມີບາງກໍລະນີຕິດເຊື້ອໃໝ່ ໂດຍບໍ່ຮູ້ແຫລ່ງທີ່ມາຂອງການຕິດເຊື້ອ. ນອກຈາກນີ້, ຍັງພົບຢູ່ໃນບັນດາຫ້ອງການ, ອົງການລັດຖະບານ ແລະ ສະຖານທີ່ບໍລິການຕ່າງໆ, ຕໍ່ກັບບັນຫານີ້ ຍົກໃຫ້ເຮົາເຫັນວ່າ ປະເທດພວກເຮົາຈຶ່ງຍັງມີຄວາມສ່ຽງສູງ ທີ່ຈະລະບາດໃນຊຸມຊົນເປັນວົງກ້ວາງ ແລະ ແກ່ຍາວ ຖ້າຫາກພວກເຮົາຍັງບໍ່ເອົາໃຈໃສ່ ປະຕິບັດຕາມແຈ້ງການຕ່າງໆ ຂອງທ່ານນາຍົກ ວາງ​ອອກ ຢ່າງເຄັ່ງຄັດ.