ບຸນມະໂຫລານມິດຕະພາບລາວ-ຫວຽດນາມໄຂຂຶ້ນດ້ວຍບັນຍາກາດຟົດຟື້ນ

ບຸນມະໂຫລານມິດຕະພາບລະຫວ່າງປະຊາຊົນລາວ ແລະ ປະຊາຊົນຫວຽດນາມຄັ້ງທີ IV ໄດ້ຂຶ້ນດ້ວຍບັນຍາກາດຟົດຟື້ນໃນວັນທີ 17 ແລະ ຈະດໍາເນີນໄປຮອດວັນທີ 23 ກໍລະກົດນີ້ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະຊີ້ນຳລະດັບຊາດກ່ຽວກັບການສະເຫລີມສະຫລອງປີສາມັກຄີພິເສດລາວ-ຫວຽດນາມ, ມີສະຫາຍ ເຈິນ ວັນ ຕຸ້ຍ ກຳມະການສູນກາງພັກ, ກຳມະການຄະນະປະຈຳ, ຫົວໜ້າຄະນະຮັບຜິດຊອບສະມາຊິກສະພາແຫ່ງຊາດຫວຽດນາມ, ປະທານສະມາຄົມຫວຽດນາມ-ລາວ, ມີບັນດາປະທານສະມາຄົມມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນຈໍານວນຫລາຍ.
ບຸນມະໂຫລານດັ່ງກ່າວຈັດຂຶ້ນເພື່ອສະເຫລີມສະຫລອງປີສາມັກຄີພິເສດລາວ-ຫວຽດນາມຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ (18 ກໍລະກົດ 1977-18 ກໍລະກົດ 2017) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 55 ປີ (5 ກັນຍາ 1962-5 ກັນຍາ 2017) ຊຶ່ງລາວ-ຫວຽດນາມ ມີສາຍພົວພັນມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານມາແຕ່ດົນນານ, ໂດຍສາຍພົວພັນດັ່ງກ່າວໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເຂົ້າສູ່ລວງເລິກ ກາຍເປັນມໍລະດົກອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ທັງເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດ, ປັດຈຸບັນສາຍພົວພັນທີ່ຫາຍາກນັ້ນຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ລວງເລິກໂດຍໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຫວຽດນາມ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ. ສາຍພົວພັນດັ່ງກ່າວ, ເປັນຄວາມເອກອ້າງທະນົງໃຈ ທັງແມ່ນມູນມໍລະດົກອັນລ້ຳຄ່າຂອງປະຊາຊົນສອງຊາດລາວ-ຫວຽດນາມ ຢ່າງແທ້ຈິງ. ງານບຸນດັ່ງກ່າວຈັດຂຶ້ນໂດຍສະມາຄົມມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ.

