ງົວຂອງປະຊາຊົນ ເມືອງຕົ້ນເຜິ້ງຕາຍແບບກະທັນຫັນພ້ອມກັນຫຼາຍໂຕ ຄາດວ່າອາດເກີດຈາກເອົາປຸ໋ຍປະສົມນໍ້າໃຫ້ກິນ

ວັນທີ 16 ພຶດສະພາ 2021 ນີ້ ມີງົວຂອງປະຊາຊົນບ້ານ ສີທາດ ເມືອງ ຕົ້ນເຜິ້ງ ລົ້ມຕາຍແບບກະທັນຫັນພ້ອມກັນຫຼາຍໂຕ ຕາມການລົງກວດກາຕົວຈິງ ເຈົ້າຂອງງົວໃຫ້ຮູ້ວ່າ: ກ່ອນໜ້າທີ່ງົວຈະລົ້ມຕາຍແບບກະທັນຕົນເອງ ແລະ ຄອບຄົວ ໄດ້ເອົາປຸ໋ຍກາເຮືອໃບປະສົມນໍ້າໃຫ້ງົວກິນໃນອັດຕາສ່ວນ ນໍ້າ 3 ຖັງ ປະສົມກັບປຸ໋ຍ ປະມານ 1 ກິໂລກຣາມ ເຊິ່ງເຄີຍປະສົມໃຫ້ງົວກິນເປັນປະຈໍາ ແຕ່ກໍ່ບໍ່ປາກົດເປັນຫຍັງ ສູດໃນການປະສົມນີ້ ແມ່ນໄດ້ບົດຮຽນມາຈາກຊ່ອງຢູທູບ ວ່າການເອົາປຸ໋ຍປະສົມນໍ້າໃຫ້ງົວກິນເຮັດໃຫ້ງົວຕຸຸ້ຍດີ ແລະ ໃຫຍ່ໄວ ຈຶ່ງໄດ້ນໍາມາເຮັດໃຫ້ງົວກິນ ຈຶ່ງເກີດເຫດການບໍ່ຄາດຄິດຂຶ້ນ ມີງົວຂອງຕົນລົ້ມຕາຍແບບກະທັນຫັນ ຈໍານວນ 6 ໂຕ ເຊິ່ງສາເຫດຄາດວ່າອາດເກີດຈາກການເອົາປຸ໋ຍປະສົມນໍ້າໃຫ້ງົວກິນ ບວກກັບສະພາບອາກາດຮ້ອນອົບເອົ້າແດ່ ຈຶ່ງເຮັດໃຫ້ງົວລົ້ມຕາຍ.

