ເກີດແຜນດິນໄຫວຢູ່ຍີ່ປຸ່ນ ຂະໜາດ6,1 ລິກເຕີ
ຕາມຂ່າວຈາກ ໂຕກຽວ, ສຳນັກງານ ທໍລະນີ ວິທະຍາ ຍີ່ປຸ່ນ ລາຍງານວ່າ: ເກີດແຜນດິນໄຫວ ຂະໜາດ 6,1 ລິກເຕີ ນອກແຄມຝັ່ງ ຂອງແຂວງ ຮອກໄກໂດ ປະເທດຍີ່ປຸ່ນ ໃນວັນທີ16 ພຶດສະພາ ສູນກາງ ແຜນດິນໄຫວ ຢູ່ເສັ້ນຂະໜານ 41,9 ອົງສາເໜືອ ແລະ ເສັ້ນຂະໜານ 144,9 ອົງສາ ຕາເວັນອອກ ທີ່ລະດັບເລິກ 60 ກິໂລແມັດ ຍັງບໍ່ມີເຕືອນ ສິນາມິ ແຕ່ໄດ້ສ້າງ ຄວາມເສຍຫາຍ ໃຫ້ກັບ ອາຄານ ແລະ ສະຖານ ທີ່ຢູ່ອາໄສ ຂອງປະຊາຊົນ ຫລາຍຫລັງ.ຂະນະນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ພວມລົງປະເມີນ ຄວາມເສຍຫາຍ ແລະ ໃຫ້ການຊ່ວຍເຫລືອ ຜູ້ໄດ້ຮັບ ຜົນກະທົບ ທີ່ເກີດຂຶ້ນ ໃນຄັ້ງນີ້ ຢ່າງຮີບດ່ວນ./.

