ເມື່ອຍງ່າຍ ໃຈສັ່ນ ສັນຍານເຕືອນພະຍາດຫົວໃຈ

ອາການຜິດປົກກະຕິເບື້ອງຕົ້ນຂອງຮ່າງກາຍທີ່ບົ່ງບອກວ່າອາດເປັນພະຍາດຫົວໃຈ ພົບໄດ້ງ່າຍໃນທົ່ວໄປທີ່ຄິດວ່າຕົນເອງມີສຸຂະພາບດີ ໂດຍທີ່ຄວາມຈິງອາດເປັນພະຍາດຫົວໃຈໃນໄລຍະເລີ່ມຕົ້ນ.
- ເມື່ອຍຫອບງ່າຍຜິດປົກກະຕິ : ອາການຫອບ ເມື່ອຍງ່າຍ ເວລາອອກແຮງ ເຊັ່ນ : ຍ່າງ, ແລ່ນ, ເຮັດວຽກ ມີສາເຫດຫລວງຫລາຍ ເຊັ່ນ : ເລືອດຈາງ, ຕຸ້ຍ, ຄວາມດັນເລືອດສູງ, ພະຍາດປອດ, ຕ່ອມໄທຣອຍເປັນພິດ, ພະຍາດຫົວໃຈ, ອາການຫົວໃຈລົ້ມເຫລວ, ແມ່ນແຕ່ຄວາມເຄັ່ງຄຽດ ຫລື ວິຕົກກັງວົນ ກໍເຮັດໃຫ້ເມື່ອຍໄດ້ຄືກັນ. ອາການເມື່ອຍງ່າຍຈາກພະຍາດຫົວໃຈ ແລະ ອາການຫົວໃຈລົ້ມເຫລວນັ້ນ ຈະເມື່ອຍ, ຫອບ, ຫາຍໃຈໄວ ໂດຍຈະເປັນເວລາອອກແຮງ, ແຕ່ໃນຄົນທີ່ເປັນຮຸນແຮງຈະເມື່ອຍໃນຂະນະພັກ, ບາງຄົນເມື່ອຍຫລາຍຈົນນອນລົງກັບພື້ນບໍ່ໄດ້ (ນອນແລ້ວຈະເມື່ອຍ-ໄອ) ຕ້ອງນອນຍົກຫົວຂຶ້ນສູງໆ ຫລື ນັ່ງຫລັບ.

- ໃຈສັ່ນ : ໃນຄວາມໝາຍແພດແມ່ນການທີ່ຫົວໃຈເຕັ້ນໄວຜິດປົກກະຕິ, ຜິດຈັງຫວະ ຫລື ເຕັ້ນບໍ່ສະໝ່ຳສະເໝີ, ເຕັ້ນໆ, ຢຸດໆ ອາການດັ່ງກ່າວອາດພົບໄດ້ໃນຄົນປົກກະຕິ, ພະຍາດຫົວໃຈ ແລະ ພະຍາດອື່ນໆທີ່ມີຜົນຕໍ່ຫົວໃຈ ເຊັ່ນ : ຕ່ອມໄທຣອຍເປັນພິດດ ພະຍາດປອດ ແພດຈະສອບຖາມປະຫວັດລະອຽດເຖິງລັກສະນະຂອງອາການໃຈສັ່ນ ເພື່ອໃຫ້ໝັ້ນໃຈວ່າເກີດຈາກຫົວໃຈເຕັ້ນຜິດຈັງຫວະຫລືບໍ່, ຫລາຍເທື່ອທີ່ຄົນປ່ວຍຮູ້ສຶກໃຈສັ່ນໂດຍຫົວໃຈເຕັ້ນເປັນປົກກະຕິ. ການກວດບົ່ງມະຕິກຸ່ມອາການໃຈສັ່ນເປັນເລື່ອງທີ່ເຮັດໄດ້ບໍ່ງ່າຍປານໃດ ເນື່ອງຈາກຄົນປ່ວຍມັກມີອາການຊົ່ວຂະນະ ເມື່ອມາພົບແພດ ອາການດັ່ງກ່າວກໍຫາຍໄປ ແພດຈຶ່ງບໍ່ສາມາດໃຫ້ການບົ່ງມະຕິໄດ້ວ່າເກີດຈາກຫົວໃຈເຕັ້ນຜິດຈັງຫວະຫລືບໍ່. ດັ່ງນັ້ນ, ຄວນສຶກສາວິທີຈັບກຳມະຈອນຕົນເອງເມື່ອເກີດອາການ ເຖິງຄວາມຖີ່ ແລະ ຄວາມສະໝ່ຳສະເໝີໃນການເຕັ້ນຂອງຫົວໃຈໃນເວລາ 1 ນາທີ ຂໍ້ມູນເຫລົ່ານີ້ຈະຊ່ວຍໃນການບົ່ງມະຕິໄດ້ວ່ອງໄວຂຶ້ນ.
- ຂາບວມ : ເກີດຈາກການທີ່ຮ່າງກາຍມີເກືອ (ໂຊດຽມ) ແລະ ນ້ຳສະສົມຢູ່ໃນຮ່າງກາຍ ໂດຍອາດເກີດຈາກພະຍາດໝາກໄຂ່ຫລັງ (ໄລ່ເກືອບໍ່ໄດ້), ພະຍາດຫລອດເລືອດດຳຕີບຕັນ (ການໄຫລວຽນບໍ່ສະດວກ), ຂາດອາຫານ, ໂປຣຕິນໃນເລືອດຕ່ຳ, ພະຍາດຕັບ, ຢາ ແລະ ຮໍໂມນບາງຊະນິດ, ພະຍາດຫົວໃຈ ຫລື ບາງຄົນບໍ່ພົບສາເຫດ. ອາການບວມໃນຜູ້ປ່ວຍພະຍາດຫົວໃຈເກີດຈາກການທີ່ຫົວໃຈເບື້ອງຂວາເຮັດວຽກຫລຸດລົງ, ເລືອດຈາກຂາບໍ່ສາມາດໄຫລເຂົ້າຫົວໃຈເບື້ອງຂວາໄດ້ໂດຍສະດວກ ຈຶ່ງມີເລືອດຄ້າງຢູ່ຂາຫລາຍຂຶ້ນ, ອາການເນື້ອເຍື່ອຫຸ້ມຫົວໃຈອັກເສບຊ້ຳເຮື້ອສະແດງອາການແບບນີ້ໄດ້ຄືກັນ ດັ່ງນັ້ນ ເມື່ອມີອາການຂາບວມ ແພດຈຳເປັນຕ້ອງກວດຫລາຍລະບົບ ເພື່ອຫາສາເຫດ ແລະ ໃຫ້ການປິ່ນປົວໄດ້ຖືກຕ້ອງ.
- ເປັນວິນ-ໜ້າມືດ : ໃນຄວາມໝາຍຂອງແພດ ຄຳວ່າ ເປັນວິນໜ້າມືດ ຈະກົງກັບພາສາອັງກິດວ່າ Syncope ໝາຍເຖິງ ການໝົດສະຕິ ຫລື ເກືອບໝົດສະຕິຊົ່ວຂະນະ ອາດຮູ້ສຶກໜ້າມືດ ຈະເປັນວິນ, ຕາລາຍ, ເບິ່ງເຫັນພາບບໍ່ຈະແຈ້ງ, ອາການເປັນຢູ່ພຽງຊົ່ວຂະນະ ບໍ່ລວມເຖິງອາການວິນຫົວ, ພື້ນໝູນ, ອອກຮ້ອນຕາມຕົນໂຕ, ຫາຍໃຈບໍ່ອອກ ອາການດັ່ງກ່າວອາດເກີດຈາກຄວາມຜິດປົກກະຕິຂອງສະໝອງ ເຊັ່ນ : ບ້າໝູ (ເຖິງຈະບໍ່ຊັອກໃຫ້ເຫັນ), ເລືອດອອກໃນສະໝອງ, ຄວາມຜິດປົກກະຕິຂອງລະບົບປະສາດອັດຕະໂນມັດທີ່ຄວບຄຸມຫົວໃຈ, ອາການເປັນວິນໜ້າມືດຍັງອາດພົບໄດ້ໃນຄົນປົກກະຕິທີ່ຂາດນ້ຳ, ເສຍເລືອດ, ຖອກທ້ອງ, ບໍ່ສະບາຍ, ຂາດການອອກກຳລັງກາຍ ຫລື ກິນຢາຫລຸດຄວາມດັນເລືອດ.
- ຈາກອາການທີ່ສະແດງຂ້າງເທິງຈະເຫັນໄດ້ວ່າມີສາເຫດຈາກພະຍາດອື່ນໆໄດ້ອີກຫລາຍ. ດັ່ງນັ້ນ, ເຮົາຈຶ່ງບໍ່ຄວນປະໝາດ, ໝັ່ນສຳຫລວດຄວາມສ່ຽງຂອງຕົນເອງ, ຮີບໄປໂຮງໝໍກ່ອນຈະຊ້າເກີນແກ້ໄຂ.

