ຕະຫລາດໂພສີ ປັບປຸງ ແລະ ຈັດສັນຄວາມເປັນລະບຽບກ່ອນເປີດບໍລິການອີກຄັ້ງໃໝ່

ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍ ພາຍໃນຕະຫລາດໂພສີ ນະຄອນຫລວງພະບາງ ຮັບປະກັນບໍ່ ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ຄະນະຮັບຜິດຊອບຂອງຕະຫລາດ ໄດ້ປັບປຸງຈຸດບໍລິການຂາຍເຄື່ອງຜູ້ປະກອບການ ແລະ ຈຸດເຂົ້າ-ອອກ ຂອງຜູ້ມາໃຊ້ບລິການຄືນໃໝ່ ເພື່ອບໍ່ໃຫ້ມີຄວາມແອອັດ ແລະ ສະດວກໃນການຊື່ເຄື່ອງ-ຂາຍຂອງ.

ທ່ານ ວິລັດ ວັນນະດີ ຜູ້ຊ່ວຍບໍລິຫານວຽກງານພາຍໃນຕະຫລາດໂພສີ ໄດ້ໃຫ້ສຳພາດເມື່ອທ້າຍເດືອນເມສາ ຜ່າມານີ້ ວ່າ: ນັບແຕ່ເກີດມີກໍລະນີຕິດເຊື້ອ ຢູ່ນະຄອນຫລວງພະບາງ ກໍລະນີທຳອິດໃນປີນີ້ ຜູ້ບໍລິຫານວຽກງານພາຍໃນຕະຫລາດໂພສີ ໄດ້ແຈ້ງໃຫ້ຜູ້ປະກອບການຂາຍເຄື່ອງທຸກຫົວໜ່ວຍ ຢຸດການບໍລິການຂາຍສີນຄ້າ ນັບແຕ່ຕອນແລງຂອງວັນທີ 26 ເມສາ 2021, ຈາກນັ້ນ ໄດ້ປະສານງານກັບຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫລວງພະບາງ ເພື່ອຈັດການຊີດຢາຂ້າເຊື້ອພາຍໃນຕະຫລາດ, ຈາກນັ້ນ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍຄືນໃໝ່ ເປັນຕົ້ນຈຸດເຂົ້າອອກຂອງຜູ້ມາໃຊ້ບລິການ ແລະ ວາງມາດຕະການ ສຳລັບຜູ້ທີ່ຈະເຂົ້າໄປໃນຕະຫລາດທຸກຄົນ ຕ້ອງໃສ່ຜ້າປິດປາກ-ດັງ, ພ້ອມທັງຈັດໃຫ້ມີບ່ອນລ້າງມືດ້ວຍນ້ຳສະອາດ-ໃສ່ສະບູ ຫລື ລ້າງມືດ້ວຍນ້ຳຢາຂ້າເຊື້ອ, ພາຍຫລັງທີ່ປັບປຸງ ແລະ ຈັດສັນຄວາມເປັນລະບຽບຮຽບສຳເລັດ ຈະນຳສະເໜີຄະນະສະເພາະກິດ ເພື່ອກວດກາຄວາມພ້ອມພາຍໃນຕະ ຫລາດ ກ່ອນຈະເປີດໃຫ້ປະຊາຊົນເຂົ້າໄປໃຊ້ບໍລິການ.

ສຳລັບຜູ້ປະກອບການຂາຍສີນຄ້າພາຍໃນຕະຫລາດໂພສີ ປັດຈຸບັນໄດ້ຍ້າຍສີນຄ້າຂອງຕົນໄປຂາຍຢູ່ເດີ່ນທາດຫລວງເປັນການຊົ່ວຄາວ ເພື່ອຫລຸດຜ່ອນຄວາມແອອັດໃນການບໍລິການ ທັງຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ຕື່ມອີກ.