ໃນ 6 ເດືອນຕົ້ນປີນີ້ມີນັກຂ່າວ 50 ຄົນເສຍຊີວິດ

ຂະບວນການສັນຍາລັກຂ່າວ ທີ່ເປັນອົງການສັງເກດສື່ມວນຊົນທີ່ສຳນັກງານໃຫຍ່ຕັ້ງຢູ່ເຊີແນວ ໄດ້ເຜີຍແຜ່ບົດລາຍງານ ໃນວັນທີ 13 ກໍລະກົດນີ້ວ່າ: ໃນ 6 ເດືອນຕົ້ນປີນີ້ ໃນທົ່ວໂລກມີນັກຂ່າວ 50 ຄົນເສຍຊີວິດໃນໜ້າທີ່ວຽກງານ ເຊິ່ງໄດ້ຫຼຸດລົງເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2016 ຜ່ານມາທີ່ມີ 74 ຄົນ.
ຕາມສະຖິຕິຂອງອົງການດັ່ງກ່າວ, ໃນນັກຂ່າວຈຳນວນ 50 ຄົນທີ່ເສຍຊີວິດໃນໜ້າທີ່ວຽກງານ 6 ເດືອນຕົ້ນປີນີ້, ຫຼາຍກວ່າເຄິ່ງໜຶ່ງຢູ່ 4 ປະເທດ, ໃນນັ້ນ ຢູ່ແມັກຊິກມີນັກຂ່າວ 9 ຄົນຖືກສັງຫານ, ຢູ່ອັບການິດສະຖານ 7 ຄົນ, ຢູ່ອີ ຣັກ 6 ຄົນ ແລະ ຢູ່ປາກິດສະຖານ 5 ຄົນ.

