ພົບແລ້ວ ຊາກເຮືອດຳນໍ້າຂອງ ອິນໂດເນເຊຍ

ລາຍງານຂ່າວຕ່າງປະເທດ ເມື່ອວັນທີ 26 ເມສານີ້ ໃຫ້ຮູ້ວ່າ ເຈົ້າໜ້າທີ່ກອງທັບຂອງ ອິນໂດເນເຊຍ ແຈ້ງວ່າ ພວກເຂົາໄດ້ພົບເຫັນຊາກເຮືອດຳນໍ້າ KRI Nanggala 402 ທີ່ຫາຍສາບສູນນັ້ນແລ້ວ ຈົມຢູ່ພື້ນທະເລນອກຊາຍຝັ່ງ ບາຫຼີ.

ຜູ້ບັນຊາການທະຫານສູງສຸດ ຂອງອິນໂດເນເຊຍ ທ່ານ Hadi Tjahjanto ແລະ ທີ່ປຶກສາດ້ານທະຫານເຮືອ ທ່ານ  Yudo Margono ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 24 ເມສາຢູ່ທີ່ເກາະ ບາຫຼີ ໃຫ້ຮູ້ວ່າ ລູກເຮືອທັງ 53 ຄົນໃນເຮືອລຳດັ່ງກ່າວ ໄດ້ເສຍຊີວິດທັງໝົດ.

ສຳນັກຂ່າວ Channel News Asia ອ້າງຄຳຖະແຫຼງຂອງທ່ານ Tjahjanto ວ່າ “ພວກເຮົາໄດ້ຮັບຮູບພາບທີ່ສົ່ງມາຈາກເຮືອດຳນໍ້າຊອກຄົ້ນຫານັ້ນ ໃຫ້ເຫັນວ່າ ຊາກເຮືອລຳດັ່ງກ່າວ ແຕກມຸ່ນເປັນຊິ້ນໆ. ໂດຍອີງໃສ່ຫຼັກຖານດັ່ງກ່າວ ຄາດວ່າເຮືອດຳນໍ້າ KRI Nanggala 402 ຖືກຈົມລົງພື້ນທະເລ ແລະ ລູກເຮືອທັງໝົດໄດ້ເສຍຊີວິດ”

ຂະນະນີ້ ຍັງບໍ່ທັນຮູ້ສາເຫດທີ່ແນ່ຊັດວ່າ ເຮືອລຳດັ່ງກ່າວຈົມລົງພື້ນທະເລໄດ້ແນວໃດ. ຊຶ່ງກ່ອນໜ້ານັ້ນ ມີແຫຼ່ງຂ່າວໃຫ້ຮູ້ວ່າ ອາດຈະເກີດອຸບັດຕິເຫດໄຟຟ້າໃນເຮືອດັບ ຈຶ່ງບໍ່ສາມາດບັນຊາໃຫ້ເຮືອຟູຂຶ້ນເໜືອນໍ້າທະເລໄດ້.