Google ປ່ອຍໂປຣແກຣມ Backup and Sync ສໍາລັບໃຊ້ແທນ Google Drive ແລະ Google Photos

Google ເປີດໂຕໂປຣແກຣມທີ່ມີຊື່ວ່າ Backup and Sync ສໍາລັບ PCs ແລະ Macs ມີຄວາມສາມາດໃນການສໍາຮອງຂໍ້ມູນໄຟລ໌ ແລະ ພາບໄປຍັງ Google Drive ແລະ Google Photos ຊ່ວຍໃຫ້ຜູ້ໃຊ້ໄດ້ຮັບຄວາມສະດວກສະບາຍຫຼາຍຂຶ້ນ ເຊິ່ງໂປຣແກຣມນີ້ຈະຖືກໃຊ້ແທນໂປຣແກຣມເກົ່າເຊັ່ນ: Google Drive ແລະ Google Photos.
Backup and Sync ຈະເຮັດໜ້າທີ່ Sync ຂໍ້ມູນຂອງໂຟລເດີຣທີ່ເຮົາເລືອກ ຫຼື ໃນຮາດດິດທັ້ງທີ່ຢູ່ເທິງ PCs, ກຣາດ SD ຫຼື ອຸປະກອນ USB ອັບໂຫຼດໄປໄວ້ໃນ Google Drive ແລະ Google Photos ໃຫ້ເຮົາໄດ້ອັດຕະໂນມັດ ເຊິ່ງເປັນຄຸນສົມບັດທີ່ຄ້າຍຄືກັບໂປຣແກຣມ Dropbox .
Google ລະບຸວ່າ: Backup and Sync ເໝາະສໍາລັບຜູ້ໃຊ້ Gmail ແລະໃນໄລຍະທ້າຍປີນີ້ ຜູ້ໃຊ້ G Suite ສໍາລັບທຸລະກິດ ຈະສາມາດໃຊ້ຄຸນສົມບັດ Drive File Stream ໄດ້.
ໂປຣແກມ Backup and Sync ສາມາດດາວໂຫຼດ ເພື່ອໃຊ້ໄດ້ຟຣີນັບແຕ່ມື້ນີ້ເປັນຕົ້ນໄປ. Install ມີຂະໜາດປະມານ 1,07 MB.


