ວັນທີ 28 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 3.118 ຄົນ

ອີງຕາມການລາຍງານຂອງຄະນະສະເພາະກິດ ກະຊວງສາທາລະນະສຸກວັນທີ 29 ມີນາ 2021 ນີ້ໃຫ້ຮູ້ວ່າ:  ວັນທີ 28 ມີນາຜ່ານມາ ມີຜູ້ເດີນທາງຜ່ານດ່ານຊາຍແດນລາວທັງໝົດ 3.118 ຄົນ

ໃນນັ້ນຈຸດຜ່ານດ່ານ ລາວ ໄທ ທັງໝົດ 1,863 ຄົນ, ຈຸດຜ່ານດ່ານ ລາວ ຈີນ ທັງໝົດ 95 ຄົນ, ຈຸດຜ່ານດ່ານ ລາວ ຫວຽດນາມ ທັງໝົດ 976 ຄົນ, ຈຸດຜ່ານດ່ານ ສະໜາມບິນສາກົນວັດໄຕ ທັງໝົດ 183 ຄົນ, ຈຸດຜ່ານດ່ານ ລາວ-ກຳປູເຈຍ ທັງໝົດ 01 ຄົນ, ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ ເຊິ່ງທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອ COVID-19;

ການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ​ 3,268 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ COVID-19.