ສົກຮຽນປີນີ້ ມຊ ອາດເພີ່ມຕົວເລກຮັບນັກສຶກສາຫລາຍກວ່າ 6 ພັນຄົນ.

ມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ວ່າ: ການສອບເສັງເພື່ອຮັບນັກສຶກສາໃນສົກປີ 2017-2018 ນີ້, ອາດມີຕົວເລກເພີ່ມຂຶ້ນຫລາຍກວ່າ 6 ພັນຄົນ ແລະ ມາຮອດປັດຈຸບັນໄດ້ມີນັກສຶກສາຊື້ແບບຟອມສອບເສັງໄປແລ້ວຫລາຍກວ່າ 15 ພັນຊຸດ.
ທ່ານ ຄຳຜົງ ນາມມະວົງສັກ ຫົວໜ້າຫ້ອງການວິຊາການມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ວ່າ: ພາຍຫລັງເປີດຂາຍແບບຟອມເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດແຕ່ວັນທີ 26 ມິຖຸນາເປັນຕົ້ນມາ ແລະ ມາຮອດປັດຈຸບັນມີນັກສຶກສາໄດ້ຊື້ແບບຟອມສອບເສັງໄປແລ້ວ 15 ພັນກວ່າຊຸດ. ຂະນະດຽວກັນໄດ້ມີຜູ້ລົງທະບຽນສອບເສັງແລ້ວຫລາຍກວ່າ 10 ພັນຄົນ ແລະ ສ່ວນໃຫຍ່ນັກສຶກສາເລືອກລົງທະບຽນສອບເສັງເຂົ້າຮຽນສາຍສັງຄົມເປັນຈຳນວນຫລາຍ.
ທ່ານຫົວໜ້າຫ້ອງການວິຊາການ ມຊ ກ່າວວ່າ: ປີນີ້ມະຫາວິທະຍາໄລແຫ່ງຊາດໄດ້ສະເໜີກະຊວງສຶກສາທິການ ແລະ ກິລາ ເພື່ອຂໍຕົວເລກຮັບນັກສຶກສາເຂົ້າຮຽນຢູ່ ມຊ ເພີ່ມຂຶ້ນ, ເນື່ອງຈາກຈະມີການເປີດສອນຕື່ມອີກ 2 ວິຊາຄື: ວິຊາວິທະຍາສາດການກິລາ ແລະ ວິຊາຊັບພະຍາກອນນ້ຳ, ທັງນີ້ເພື່ອຮອງຮັບຄວາມຕ້ອງການໃນດ້ານການພັດທະນາຊັບພະຍາກອນມະນຸດ ແລະ ສັງຄົມ.
+ ມຊ ຂາຍຟອມສອບເສັງໃຫ້ນັກສຶກສາຫລາຍກວ່າ 10 ພັນສະບັບແລ້ວ
ທ່ານຫົວໜ້າຫ້ອງການດັ່ງກ່າວ ບອກວ່າ: ມະຫາວິທະຍາໄລແຫ່ງຊາດໄດ້ວາງເປົ້າໝາຍໃນຕໍ່ໜ້າຄື: ຕ້ອງເປັນຜູ້ນຳໜ້າທາງດ້ານການພັດທະນາບຸກຄະລາກອນເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມທີ່ມີຄຸນນະພາບ, ມີຄວາມສາມາດ ແລະ ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດໃຫ້ກ້າວໜ້າທຽບທັນກັບພາກພຶ້ນ ແລະ ສາກົນ. ຕະຫລອດໄລຍະຜ່ານມາມະຫາວິທະຍາໄລແຫ່ງຊາດໄດ້ເອົາໃຈໃສ່ພັດທະນາຕົນເອງໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ, ປັດຈຸບັນປະກອບມີ 13 ຄະນະວິຊາ ແລະ ມີຫລາຍກວ່າ 100 ຫລັກສູດການຮຽນ-ການສອນໃນລະດັບປະລິນຍາຕີ ແລະ ພິເສດສົກປີນີ້ໄດ້ເພີ່ມຫລັກສູດວິຊາວິທະຍາສາດການກິລາ ແລະ ວິຊາຊັບພະຍາກອນນ້ຳຕື່ມອີກ.
ແນວໃດກໍດີ, ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ ມຊ ຈະເປີດຂຶ້ນໃນວັນທີ 25 ກໍລະກົດນີ້, ສະຖານທີ່ສອບເສັງມີຄືຢູ່ມະຫາວິທະຍາໄລແຫ່ງຊາດ ແລະ 17 ເຂດຢູ່ໃນແຕ່ລະຄະນະ ແລະ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ການສອບເສັງຈະແບ່ງອອກເປັນ 3 ກຸ່ມ, ແຕ່ລະກຸ່ມຈະສອບເສັງໃນຫົວບົດແຕກຕ່າງກັນ ແລະ ນັກສຶກສາຕ້ອງໄດ້ເລືອກເສັງພຽງກຸ່ມດຽວເທົ່ານັ້ນ ແລະ ຫ້າມນັກສອບເສັງນຳເອກະສານ, ອຸປະກອນການສື່ສານ ເປັນຕົ້ນ: ຈັກຄິດໄລ່, ໂທລະສັບມືຖື ແລະ ອຸປະກອນອື່ນໆເຂົ້າຫ້ອງສອບເສັງເດັດຂາດ ແລະ ຖ້າພົບເຫັນນັກສອບເສັງຄົນໃດລະເມີດແມ່ນຈະຕັດສີດການສອບເສັງທັນທີ.

