ຕຳຫລວດຕວກກີຍິງສັງຫານ ຜູ້ຕ້ອງສົງໄສເປັນສະມາຊິກ IS 5 ຄົນ

ສຳນັກງານປົກຄອງທ້ອງຖິ່ນຢູ່ຕວກກີຖະແຫລງວ່າ: ຕຳຫລວດຕວກກີຍິງສັງຫານສະມາຊິກກຸ່ມລັດອິດສະລາມ (IS) 5 ຄົນໃນປະຕິບັດການກວາດລ້າງເຮືອນຫລັງໜຶ່ງໃນເມືອງຄອນຍາທາງພາກກາງໃນວັນທີ 12 ກໍລະກົດນີ້, ສ່ວນຕຳຫລວດອີກ 4 ຄົນໄດ້ຮັບບາດເຈັບເລັກໜ້ອຍ.
ສຳນັກຂ່າວໂດກັນລາຍງານວ່າ: ຕຳຫລວດໜ່ວຍປະຕິບັດການພິເສດອອກກວດຄົ້ນເຮືອນຢູ່ເຂດເມີຣຳຂອງເມືອງຄອນຍາໃນເວລາປະມານ 05:15 ໂມງ ວັນທີ 12 ກໍລະກົດ ຕາມເວລາທ້ອງຖິ່ນ ຫລື ເວລາ 09:15 ໂມງ ຢູ່ລາວ ເນື່ອງຈາກຄາດວ່າເຄືອຂ່າຍກຸ່ມຕິດອາວຸດກຳລັງວາງແຜນໂຈມຕີ ໂດຍສົງໄສວ່າກຸ່ມທີ່ຖືກສັງຫານອາດວາງແຜນໂຈມຕີໄລຍະເຫດການສຳຄັນເນື່ອງໃນໂອກາດຄົບຮອບ 1 ປີເຫດການພະຍາຍາມເຮັດລັດຖະປະຫານຢູ່ຕວກກີໃນວັນທີ 15 ກໍລະກົດປີຜ່ານມາ. ປະຕິບັດການກວາດລ້າງເຄືອຂ່າຍກຸ່ມຕິດອາວຸດຄັ້ງນີ້ເປັນສ່ວນໜຶ່ງຂອງມາດຕະການຮັກສາຄວາມປອດໄພຕາມເສັ້ນທາງຜ່ານຂອງລົດກອງທັບ ແລະ ການບຸກວດເຮືອນມີຂຶ້ນເພື່ອຄົ້ນຫາສະມາຊິກ IS ເຊິ່ງເປັນເປົ້າໝາຍຕ້ອງການຕົວ, ເກີດການຍິງຕໍ່ສູ້ກັນ ພາຍຫລັງກຸ່ມຕ້ອງສົງໄສຂັດຂືນການຈັບກຸມ ແລະ ຍິງຕໍ່ສູ້ກັບຕຳຫລວດ ໂດຍເຈົ້າໜ້າທີ່ສັງຫານສະມາຊິກ IS ໄດ້ 5 ຄົນ ລວມທັງຢຶດອາວຸດປືນ ແລະ ລູກປືນ.

