ນ້ອງສາວຜູ້ນຳ ສປປ ເກົາຫລີ ເຕືອນລັດຖະບານ ໄບເດັນ ຢ່າສ້າງບັນຫາ ຖ້າຕ້ອງການສັນຕິພາບຕະຫລອດ 4 ປີ

ນາງ ກິມໂຢຈ໋ອງ ນ້ອງສາວຂອງທ່ານ ກິມຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ເຜີຍແຜ່ຖະແຫລງການເຕືອນລັດຖະບານອາເມລິກາ ພາຍໃຕ້ການນຳຂອງປະທານາທິບໍດີ ໂຈ ໄບເດັນ ວ່າຢ່າສ້າງບັນຫາ ຖ້າຕ້ອງການຢູ່ຢ່າງສະຫງົບໃນວາລະ 4 ປີ.
ໜັງສືພິມ Rodong Sinmun ສື່ກະບອກສຽງ ສປປ ເກົາຫລີ ລາຍງານຄຳຖະແຫລງຂອງນາງ ກິມໂຢຈ໋ອງ ວ່າ: “ເຮົາຂໍໃຊ້ໂອກາດນີ້ເຕືອນລັດຖະບານໃໝ່ຂອງອາເມລິກາ ທີ່ກຳລັງພະຍາຍາມຢ່າງໜັກເພື່ອແຜ່ກະຈາຍກິ່ນດິນປືນໃນຜືນແຜ່ນດິນຂອງເຮົາ ຖ້າອາເມລິກາຕ້ອງການຫລັບຢ່າງເປັນສຸກໃນໄລຍະ 4 ປີຕໍ່ໜ້າ ຄວນລະເວັ້ນຈະສ້າງບັນຫາກ່ອນເປັນອັນດັບທຳອິດ”.
ນາງ ກິມໂຢຈ໋ອງ ໄດ້ຊື່ວ່າເປັນແມ່ຍິງທີ່ມີອິດທິພົນທີ່ສຸດໃນ ສປປ ເກົາຫລີ ເຊິ່ງປັດຈຸບັນນາງດຳລົງຕຳແໜ່ງຮອງຜູ້ອຳນວຍການທະບວງແນວຮ່ວມແຫ່ງພັກແຮງງານເກົາຫລີ ແລະ ເຮັດໜ້າທີ່ບໍລິຫານການພົວພັນລະຫວ່າງ ສປປ ເກົາຫລີ ແລະ ສ.ເກົາຫລີ.
ທ່າທີແຂງກະດ້າງຂອງນາງ ກິມໂຢຈ໋ອງ ມີຂຶ້ນຫລັງຈາກວັນທີ 15 ມີນາ, ທ່ານ ເຈນ ຊາກີ ໂຄສົກທຳນຽບຂາວ ເປີດເຜີຍວ່າ: ລັດຖະບານວໍຊິງຕັນພະຍາຍາມຕິດຕໍ່ຫາ ສປປ ເກົາຫລີ ໃນທຸກຊ່ອງທາງ, ແຕ່ຮອດປັດຈຸບັນຍັງບໍ່ມີການຕອບຮັບ ເຊິ່ງປັດຈຸບັນອາເມລິກາບໍ່ມີຊ່ອງທາງໃດໆ ເພື່ອຕິດຕໍ່ທາງການທູດກັບ ສປປ ເກົາຫລີ.
ຂະນະທີ່ເຈົ້າໜ້າທີ່ລະດັບສູງຂອງອາເມລິກາ ທ່ານ ແອນໂທນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ແລະ ພົນເອກ ລອຍ ອອສຕິນ ລັດຖະມົນຕີປ້ອງກັນປະເທດອາເມລິກາ ຕ່າງມີພາລະກິດກອງປະຊຸມກັບພັນທະມິດໃນອາຊີ ຄືຍີ່ປຸ່ນ ແລະ ສ.ເກົາຫລີ ໂດຍທັງສອງເຂົ້າຮ່ວມກອງປະຊຸມຢູ່ນະຄອນຫລວງໂຕກຽວໃນວັນທີ 16 ມີນາ ກ່ອນຈະເດີນທາງໄປຮ່ວມກອງປະຊຸມຢູ່ນະຄອນຫລວງເຊອຸນໃນວັນທີ 17 ມີນາ ເຊິ່ງຄາດວ່າຈະມີການຫາລືໃນຫລາຍບັນຫາການຮ່ວມມື ລວມທັງບັນຫາ ສປປ ເກົາຫລີ.
ສ່ວນລັດຖະບານຂອງທ່ານ ໄບເດັນ ຍັງຢູ່ລະຫວ່າງການກຽມຄວາມພ້ອມໃນການກຳນົດນະໂຍບາຍ ສປປ ເກົາຫລີ ເຊິ່ງສຳນັກຂ່າວ CNN ລາຍງານຂໍ້ມູນຈາກເຈົ້າໜ້າທີ່ລະດັບສູງໃນກະຊວງຕ່າງປະເທດອາເມລິກາວ່າ: ຕອນນີ້ກຳລັງຢູ່ໃນຂັ້ນຕອນກວດສອບນະໂຍບາຍດັ້ງເດີມຂອງລັດຖະບານ ທຣຳ.

