ປົດທັນທີລັດຖະມົນຕີສາທາລະນະສຸກຈໍແດນ ຫລັງໂຮງໝໍອົກຊີດັບ ເຮັດໃຫ້ຄົນເຈັບເສຍຊີວິດ

ວັນ​ທີ 14 ມີນາ 2021, ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຂອງ​ຈໍ​ແດນ​ຖືກ​ປົດ​ຈາກ​ຕຳ​ແໜ່​ງ ​ເພາະ​ອຸປະກອນ​ອົກ​ຊິ​ເຈນ​ຢູ່​ໂຮງໝໍ​ມີ​ຄວາມ​ຂັດຂ້ອງ ​ເຮັດ​ໃຫ້​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ແລະ ຄົນ​ເຈັບ​ສຸກ​ເສີນ​ທີ່​ປິ່ນປົວ​ຢູ່​ເສຍ​ຊີວິດ​ທັງ​ໝົດ 7 ຄົນ ຢູ່​ໂຮງໝໍ​ຊອດ​ແຫ່ງ​ໃໝ່​ຂອງ​ລັດຖະບານ ​ເຊິ່ງຕັ້ງຢູ່​ທາງ​ຕາ​ເວັນ​ຕົກ​ຂອງ​ເມືອງ​ຫລວງ​ອຳ​ມານ.

ຈາກ​ເຫດການ​ນີ້​ເຮັດ​ໃຫ້ນາຍົກລັດຖະມົນຕີຈໍ​ແດນ​ມີ​ຄຳ​ສັ່ງ​ປົດ​ທ່ານ ນາທີ ​ໂອ​ບິ​ແດດ ທັນທີ.