ມາເບິ່ງສໍານັກງານຂອງ Google ຈາກບ່ອນຕ່າງໆໃນທົ່ວໂລກ ແລ້ວຈະຮູ້ວ່າເປັນຫຍັງພະນັກງານຈຶ່ງມັກບ່ອນນີ້ຫຼາຍ

Google ເປັນທີ່ຮູ້ຈັກກັນດີໃນການອອກແບບສໍານັກງານໄດ້ຢ່າງສ້າງສັນ, ສ້າງຄວາມສຸກໃຫ້ກັບພະນັກງານ ​ເຊິ່ງການສ້າງຜະລິດຕະພັນດ້ານເຕັກໂນໂລຊີທີ່ີມີປະສິດທິພາບຢ່າງທີ່ເຮົາເຫັນໃນທຸກວັນນີ້.

ສໍານັກງານຢູ່​ຢູຣິກ ປະເທດສະວິດ: ໄດ້ຮັບການອອກແບບໂດຍບໍລິສັດສະຖາປະ​ນິກ Camenzind Evolution ໂດຍມີຫ້ອງປະຊຸມຮູບໄຂ່, ຫ້ອງປະຊຸມຮູບອຸໂມງໃຕ້ດິນທີ່ເບິ່ງລຶກລັບ ແລະ ສະໜາມກິລາບານເຕະ ແລະ ບານບ່ວງ.

 

ສໍານັກງານຢູ່ດັບລິນ ສາທາລະນະລັດອຽກລັງ: ມີພື້ນທີ່ເຮັດວຽກເປັນສີສັນ​ຕ່າງໆ ເພື່ອໃຫ້ພະນັກງານຮູ້ສຶກຜ່ອນຄາຍ ແລະ ເພີ່ມປະສິດທິພາບໃນການເຮັດວຽກໄດ້ພ້ອມໆກັນ. ນອກຈາກນີ້ ຫ້ອງປະຊຸມຍັງອອກແບບມາໃຫ້ເຂົ້າກັບທໍາມະຊາດ ແລະ ຫ້ອງສະໝຸດກໍຄືກັບຫຼຸດມາຈາກໂລກ.

ສໍານັກງານໃຫຍ່ທີ່ນະຄອນວໍຊິງຕັນ ປະເທດສະຫະລັດອະເມລິກາ: ມີທັງຫ້ອງອາຫານ ແລະ ໜ້າຜາຈໍາລອງ ໃຫ້ພະນັກງານໄດ້ຜ່ອນຄາຍແບບສຸດໆ. ອີກທັງຍັງມີແຜນທີ່ປະເທດຂະໜາດໃຫຍ່ ແລະ ສົ່ງເສີມການເລືອກຕັ້ງສຸດໆ.

ສໍານັກງານທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ: ມີ​ລົດ Citroen 2CV ສີ​ແດງ​ເງົາ​ງາມ​ຈອດ​ຢູ່​ພາຍ​ໃນ​ສຳນັກງານ.

ສໍານັກງານທີ່ຊິກາໂກ ປະເທດສະຫະລັດອະລິກາ: ມີຟຸດຊໍ ແລະ ຕູ້ເກມໃຫ້ພະນັກງານຫຼິ້ນ ຫຼື ຈະຮັບສະໝອງດ້ວຍການຕໍ່ຊິ້ນສ່ວນເທິງກໍາແພງ ແລະ ມີມຸມໃຫ້ຜ່ອນຄາຍອາລົມ.

ສໍານັກງານທີ່ນະຄອນມົດສະກູ ປະເທດຣັດເຊຍ: ພາຍໃຕ້ອາກາດອັນໜາວ​ເຢັນ ແລະ ມີໂຕະບານ ແລະ ໂຕະປີງປ່ອງໃຫ້ຫຼິ້ນພາຍໃນຫ້ອງໄມ້ອັນອົບອຸ່ນ.

ສໍານັກງານທີ່ເວນິສບີຊ ກາລິຟໍເນຍ ສະຫະລັດອະເມລິກາ: ໄດ້ຮັບການອອກແບບ​ໂດຍສະຖາປານິກຊື່ Frank Gehry ​ເຊິ່ງໄດ້ຈັບເຄື່ອງເກມອາເຂດຍ້ອນຍຸກໃຫ້ພະນັກງານໄດ້ຫຼິ້ນ ອີກທັງຍັງອອກແບບປະຕູເຂົ້າໃຫ້ເບິ່ງຄືກ້ອງສ່ອງທາງໄກຂະໜາດໃຫຍ່.

ສໍານັກງານຢູ່​ໂຕຣອນ​ໂຕ ປະເທດການາດາ: ມີສະໜາມກ໊ອບຂະໜາດນ້ອຍໃຫ້ຫຼິ້ນຢູ່ເທິງຫຼັງຄາສໍານັກງານ ແລະ ລົງມາລຸ່ມກໍມີຫ້ອງດົນຕີ ​ເຊິ່ງມີເຄື່ອງຫຼິ້ນແຜ່ນສຽງໃຫ້ນັ່ງຟັງ.

ສໍານັກງານຢູ່​ມູນ​ທຽນ ວິວ ກາລິຟໍເນຍ ສະຫະລັດອະເມລິກາ: ໄດ້ຊື່ວ່າເປັນ Googleplex ທີ່ຄົບວົງຈອນ ມີທັງສະໜາມກິລາຊາຍຫາດ, ບ່ອນນອນຕອນເວັນຮູບມົນ ​ເຊິ່ງປ້ອງກັນແສງ ແລະ ມີສະລອຍນໍ້າ.

ສໍານັກງານໃຫຍ່ຢູ່ນະຄອນນິວຢອກ ສະຫະລັດອະເມລິກາ: ເນື່ອງຈາກວ່າສໍານັກງານນີ້ມີພື້ນທີ່ກວ້າງຂວາງຫຼາຍ ​ເຮັດ​ໃຫ້​ມີ​ສະ​ກູດ​ເຕີ​ໃຫ້ພະນັກງານໃຊ້ໃນການເດີນທາງ.

ສໍານັກງານໃຫຍ່ຢູ່​​ອອນ​​ແທຣີ​ໂອ ປະເທດກາ​ນາ​ດາ: ມີກໍາແພງໜ້າຜາຈໍາລອງໃຫ້ພະນັກງານໄດ້ປີນ ຈາກນັ້ນກໍພັກຜ່ອນຢູ່​ຫ້ອງນັ່ງຫຼິ້ນທີ່ມີໜັງສືກັບເຕົາຜີ​ງອຸ່ນໆ ແລະ ມີຫ້ອງນອນທາງຫຼັງຫ້ອງໜັງສື.