5 ຂັ້ນຕອນກວດສຸຂະພາບທີ່ຄວນຮູ້ກ່ອນຕັດສິນໃຈຖືພາ

ການກວດສຸຂະພາບຮ່າງກາຍກ່ອນການຖືພາຖືເປັນສິ່ງສຳຄັນທີ່ແມ່ທຸກຄົນບໍ່ຄວນຖືເບົາ ເພາະການກວດສຸຂະພາບຊ່ວຍໃຫ້ໝັ້ນໃຈໃນການຖືພາໃນອະນາຄົດໄດ້ ວ່າຈະບໍ່ມີຜົນຮ້າຍ ຫລື ອັນຕະລາຍເກີດຂຶ້ນກັບໂຕແມ່ ແລະ ລູກໃນທ້ອງ ທັງຍັງເປັນການກວດມະເຮັງປາກມົດລູກ, ການກວດເຊື້ອ HIV, ພະຍາດຕ່າງໆ ພ້ອມທັງຄວາມຜິດປົກກະຕິທີ່ອາດເກີດຂຶ້ນກັບແມ່ຢ່າງບໍ່ຮູ້ໂຕ ແລະ ຕໍ່ໄປນີ້ແມ່ນ 5 ຂັ້ນຕອນໃນການກວດສຸຂະພາບທີ່ພວກເຮົາເອົາມາແບ່ງປັນເພື່ອເປັນແນວທາງສຳລັບແມ່ຍິງທີ່ກຳລັງວາງແຜນຈະມີລູກ.

- ສອບຖາມປະຫວັດສ່ວນໂຕຂອງເມຍ ແລະ ຜົວ : ໃນພາກສ່ວນຂອງຂັ້ນຕອນທຳອິດນັ້ນຈະເລີ່ມຕົ້ນດ້ວຍການສອບຖາມປະຫວັດສ່ວນໂຕຂອງເມຍ ແລະ ຜົວ ເຊິ່ງທ່ານໝໍຈະເລີ່ມສອບຖາມປະຫວັດກ່ຽວກັບການຄຸມກຳເນີດ, ອາການເຈັບປ່ວຍ, ພະຍາດປະຈຳໂຕ, ການກິນຢາ, ການຜ່າຕັດ, ປະຫວັດການຖືພາ, ພະຍາດທາງກຳມະພັນ, ປະຫວັດການສັກວັກແຊັງ, ອາການແພ້ຢາ, ສະພາບແວດລ້ອມໃນເຮືອນ, ການອອກກຳລັງກາຍ, ການນອນ, ການປິ່ນປົວແຂ້ວ, ການລ້ຽງສັດ, ການສູບຢາ, ການໃຊ້ຢາເສບຕິດ ແລະ ການດື່ມອານກໍຮໍ ເປັນຕົ້ນ.
- ກວດສຸຂະພາບຮ່າງກາຍທົ່ວໄປ : ຫລັງຈາກຜ່ານການສອບຖາມປະຫວັດສ່ວນໂຕເປັນທີ່ຮຽບຮ້ອຍແລ້ວນັ້ນ ທ່ານໝໍຈະເລີ່ມກວດຄວາມສົມບູນຂອງຮ່າງກາຍ ທັງໃນເລື່ອງຂອງລວງສູງ, ນຳ້ໜັກ, ຄວາມດັນເລືອດ, ລະບົບການຫາຍໃຈ, ລະບົບຫົວໃຈ, ໜ້າທ້ອງ, ເຕົ້ານົມ ແລະ ມະເຮັງປາກມົດລູກ ທັງນີ້ເພື່ອເປັນການກວດທີ່ຊ່ວຍເພີ່ມຄວາມໝັ້ນໃຈໃຫ້ແມ່ໃນການຖືພາທີ່ບໍ່ກໍ່ໃຫ້ເກີດອັນຕະລາຍຕາມມານັ້ນເອງ ແລະ ທີ່ສຳຄັນຄວນລະວັງໃນເລື່ອງຂອງພະຍາດຕິດຕໍ່ທາງເພດສຳພັນເຊັ່ນກັນ.
- ກວດເລືອດຄົ້ນຫາພະຍາດ : ໃນຂັ້ນຕອນນີ້ຈະເຈາະເລືອດເພື່ອກວດຄວາມເຂົ້າກັນຂອງໝວດເລືອດໃນພາກສ່ວນຂອງເມຍ ແລະ ຜົວ ພ້ອມທັງຫາຄວາມເຂັ້ມຂຸ້ນຂອງເມັດເລືອດ, ກວດວັດແທກລະດັບນຳ້ຕານໃນເລືອດ, ກວດພະຍາດທາງກຳມະພັນ ແລະ ກວດຫາເຊື້ອ HIV. ນອກຈາກນີ້, ທ່ານໝໍຈະກວດນຳ້ຍ່ຽວ, ເອັກສະເຣປອດ ແລະ ກວດພູມຕ້ານທານພະຍາດ ທັງຊີີຟີລິດ ແລະ ໄວຣັສຕັບອັກເສບ B.
- ກວດພາຍໃນ ພ້ອມມະເຮັງປາກມົດລູກ : ການກວດພາຍໃນຂອງແມ່ນັ້ນ ຈະກວດການເຮັດວຽກຂອງມົດລູກ ແລະ ຮັງໄຂ່ວ່າມີຄວາມຜິດປົກກະຕິຫລືບໍ່ ແລະ ຍັງລວມໄປເຖິງການກວດທ້ອງນ້ອຍ ແລະ ຊ່ອງຄອດນຳອີກ ເນື່ອງຈາກອະໄວຍະວະພາກສ່ວນນີ້ມີຜົນໂດຍກົງກັບການຖືພາ ແລະ ການເກີດລູກ ທີ່ສຳຄັນການກວດພາຍໃນຍັງຖືເປັນການກວດມະເຮັງປາກມົດລູກໄປພ້ອມກັນ.
- ກວດພິເສດເພີ່ມຕື່ມກໍລະນີກວດພົບຄວາມຜິດປົກກະຕິ : ໃນພາກສ່ວນຂອງການກວດພິເສດເພີ່ມຕື່ນນັ້ນ ຈະກວດກໍຕໍ່ເມື່ອທ່ານໝໍກວດພົບຄວາມຜິດປົກກະຕິບາງຢ່າງໃນຮ່າງກາຍຂອງແມ່ຍິງ ເຊິ່ງຈະມີທັງການເອັກໂກໃນຜົ້ງທ້ອງ ຫລື ບາງກໍລະນີຈະສ່ອງກ້ອງເພື່ອກວດຜົ້ງທ້ອງນ້ອຍ.
- ການກວດສຸຂະພາບກ່ອນຕັດສິນໃຈຖືພານັ້ນມີຄວາມສຳຄັນຕໍ່ໂຕແມ່ຍິງຫລາຍ ຢ່າງໜ້ອຍກໍສາມາດກວດຫາພະຍາດ ຫລື ຄວາມຜິດປົກກະຕິທີ່ເກີດຂຶ້ນກັບຮ່າງກາຍຂອງແມ່ຍິງເອງ ທັງຍັງເປັນການປ້ອງກັນບໍ່ໃຫ້ເກີດອັນຕະລາຍຕ່າງໆໃນຂະນະຖືພານຳອີກ ແນວໃດກໍແນະນຳໃຫ້ແມ່ຍິງທຸກຄົນທີ່ຕັດສິນໃຈຈະມີລູກໃນອະນາຄົດໃຫ້ກວດສຸຂະພາບກັນກ່ອນ.

