ທົບທວນຄືນວຽກງານຄຸ້ມຄອງໄພພິບັດໃນປີຜ່ານມາ

ກອງປະຊຸມວິຊາການວຽກງານຄຸ້ມຄອງໄພພິບັດທົ່ວປະເທດ ປະຈໍາປີ 2020 ຈັດຂຶ້ນໃນວັນທີ 10 ມີນາ 2021 ຢູ່ຫ້ອງປະຊຸມເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພາຍໃຕ້ການເປັນປະທານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ.

ທ່ານ ຄໍາແພງ ໄຊສົມແພງ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ຫນ້າ ເພື່ອເຮັດໃຫ້ວຽກງານຄຸ້ມຄອງໄພພິບັດຂອງລາວຖືກຈັດຕັ້ງປະຕິບັດມີຄວາມເປັນເອກະພາບກັນລະຫວ່າງສູນກາງ ແລະ ທ້ອງຖິ່ນ, ເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈທາງດ້ານວິຊາການ, ຊອກໃຫ້ເຫັນທາງອອກ, ມີວິທີການ ແລະ ມາດຕະການແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນການຄຸ້ມຄອງໄພພິບັດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງປະຕິບັດບັນດາເປົ້າໝາຍ, ແຜນວຽກຈຸດສຸມ, ຄາດໝາຍ ແລະ ຕົວຊີ້ບອກທາງດ້ານວຽກງານວິຊາສະເພາະຕາມທີ່ໄດ້ກຳນົດໄວ້ໃນທິດທາງແຜນການປີ 2021 ໃຫ້ບັນລຸຜົນສຳເລັດຕາມຄາດຫມາຍທີ່ວາງໄວ້.

ກອງປະຊຸມຍັງໄດ້ພ້ອມກັນຮັບຟັງການສະເໜີບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ລວມທັງແຜນວຽກຈຸດສຸມການກຽມຄວາມພ້ອມຕອບໂຕ້ໄພພິບັດ ປີ 2021 ຊຶ່ງເປັນປີທຳອີດຂອງແຜນການ 5 ປີ ຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ລວມທັງການສະເໜີແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດຢູ່ຂັ້ນທ້ອງຖິ່ນ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ, ມີຄວາມເປັນເອກະພາບກັນໃນການພັດທະນາວຽກງານຄຸ້ມຄອງໄພພິບັດ, ວາງມາດຕະການຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນກວ່າເກົ່າ.