ສະຫະລັດສັກວັກຊີນຕ້ານໂຄວິດ-19, 2 ລ້ານໂດສ ຕໍ່ວັນ

ສຳນັກຂ່າວ New York Times ລາຍງານເມື່ອວັນ ທີ 5 ມີນານີ້ ໃຫ້ຮູ້ວ່າ ສະຫະລັດກຳລັງດຳເນີນການສັກວັກຊີນສະເລ່ຍ 2 ລ້ານໂດສຕໍ່ວັນ ຊຶ່ງເປັນການເພີ່ມຂຶ້ນຢ່າງໄວວາຖ້າທຽບໃສ່ກ່ອນໜ້ານີ້ ໜຶ່ງເດືອນໄດ້ພຽງ 1,3 ລ້ານໂດສຕໍ່ວັນ.
ຖ້າຫາກຈັ່ງວະການສັກວັກຊີນດຳເນີນໄປໃນຈັ່ງວະຄືແນວນີ້ ກໍຈະເຮັດໃຫ້ ປະທານາທິບໍດີ ໂຈໄບເດັນ ປະສົບຜົນສຳເລັດຕາມທີ່ໄດ້ປະກາດໄວ້ຄື: ສັກໃຫ້ໄດ້ 100 ລ້ານໂດສ ໃນຮອບ 100 ວັນ.
ອີງຕາມຂໍ້ມູນຈາກສູນຄວບຄຸມ ແລະ ປ້ອງກັນໂຄວິດ-19 ຂອງສະຫະລັດ, ມາເຖິງວັນທີ 4 ມີນານີ້ ມີເຖິງ 54 ລ້ານຄົນຊາວອາເມລິກາໄດ້ຮັບການສັກວັກຊີນຢ່າງໜ້ອຍ 1 ເຂັມແລ້ວ, ໃນຂະນະດຽວກັນມີ 27 ລ້ານຄົນໄດ້ຮັບສັກຄົບ 2 ເຂັມ, ຂະນະນີ້ ວັກຊີນທີ່ໄດ້ສັກໄປແລ້ວ 82,5 ລ້ານໂດສ, ໃນນັ້ນ ວັກຊີນຈາກ Pfizer-BioNTech 42 ລ້ານໄດສ ແລະ ໂມເດິນນາ 40 ລ້ານໂດສ.

