ມອບ-ຮັບໜ້າທີ່ອະທິການບໍດີມະຫາວິທະຍາໄລແຫ່ງຊາດຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ອະທິການບໍດີມະຫາວິທະຍາໄລແຫ່ງຊາດ (ມຊ) ລະຫວ່າງ ທ່ານ ສົມສີ ຍໍພັນໄຊ ຜູ້ເກົ່າ ແລະ ທ່ານ ອຸດົມ ພອນຄຳເພັງ ຄະນະປະຈຳພັກກະຊວງສຶກສາທິການ ແລະ ກິລາ, ເລຂາຄະນະພັກ, ຜູ້ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດຂຶ້ນມາແທນ ໄດ້ມີຂຶ້ນໃນວັນທີ 4 ມີນານີ້ ທີ່ມະຫາວິທະຍາໄລດັ່ງກ່າວ ທີ່ນະຄອນຫລວງວຽງຈັນ ຕາມດຳລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 242/ນຍ, ລົງວັນທີ 20/5/2020 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ດຳລັດເລກທີ 126/ນຍ, ລົງວັນທີ 16/2/2021 ວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການອະທິການບໍດີມະຫາວິທະຍາໄລແຫ່ງຊາດ ເພື່ອສືບຕໍ່ພາລະກິດພັດທະນາມະຫາວິທະຍາໄລແຫ່ງຊາດໃຫ້ນັບມື້ກ້າວໜ້າ ແລະ ຖືກຕ້ອງຕາມແຜນຍຸດທະສາດຂອງລັດຖະບານທີ່ວາງໄວ້.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງສຶກສາໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມໃນການຊີ້ນຳ-ນຳພາຂອງຄະນະນຳຊຸດເກົ່າ ແລະ ໄດ້ຮຽກຮ້ອງໃຫ້ຄູ-ອາຈານສືບ ຕໍ່ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ອອກແຮງພັດທະນາຄຸນນະພາບການສຶກສາ ແລະ ຊັບພະຍາກອນມະນຸດໃຫ້ດີຂຶ້ນເທື່ອລະກ້າວ.