ຕັ້ງໜ້າຜັນຂະຫຍາຍມະຕິຄັ້ງທີ XI ຂອງພັກໃຫ້ເກີດດອກອອກຜົນ

ໂດຍ: ທິດກໍ່າ
ໃນວັນທີ 25 ກຸມພາ 2021 ທີ່ຜ່ານມາ, ຄະນະລັດຖະບານຊຸດທີ VIII ໄດ້ໄຂກອງປະຊຸມທ້າຍສະໄໝ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ນອກນັ້ນ ຍັງມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາບັນຫາສຳຄັນເຖິງ 4 ເອກະສານຕົ້ນຕໍຄື: ຮັບຟັງການລາຍງານກ່ຽວກັບຮ່າງແຜນງົບປະມານແຫ່ງຊາດ 5 ປີ (2021-2025) ເຊິ່ງແຜນດັ່ງກ່າວແມ່ນການຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໂດຍມີເປົ້າໝາຍ ແລະ ທິດທາງລວມ ຖືເອົາການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດການເງິນໃນ 5 ປີຕໍ່ໜ້າເປັນວາລະແຫ່ງຊາດໃຫ້ທຸກການຈັດຕັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດນີ້ຕາມພາລະບົດບາດ, ໜ້າທີ່ຂອງຕົນຢ່າງແຂງແຮງ ແລະ ມີຜົນສຳເລັດ. ບັນຫາອັນທີສອງ ກອງປະຊຸມຍັງໄດ້ຮັບຮອງເອົາຮ່າງດຳລັດວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ໂດຍມີເປົ້າໝາຍແບ່ງຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນ, ກົນໄກການພິຈາລະນາອະນຸມັດກິດຈະການສຳປະທານ, ການອຳນວຍຄວາມສະດວກດ້ານຕ່າງໆໃນການຄຸ້ມຄອງການດຳເນີນກິດຈະການສຳປະທານ ລວມທັງການກຳນົດບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານໃຫ້ມີຄວາມເໝາະສົມ, ລະອຽດຈະແຈ້ງ ແລະ ຄົບຖ້ວນກວ່າເກົ່າ. ສ່ວນບັນຫາອັນທີສາມແມ່ນໄດ້ຮັບຟັງການລາຍງານກ່ຽວກັບຮ່າງດຳລັດວ່າດ້ວຍເຂດສະຫງວນແຮ່ທາດ ແນໃສ່ເພື່ອຮັບປະກັນຄວາມສົມດູນລະຫວ່າງການສະຫງວນ ແລະ ການນຳໃຊ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕາມທິດສີຂຽວ, ຍືນຍົງ ແລະ ເປັນເຈົ້າການ. ສ່ວນບັນຫາສຸດທ້າຍແມ່ນຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານຊຸດທີ VIII ໄລຍະ 5 ປີ (2016-2020) ທັງໝົດໃນ 4 ເອກະສານທີ່ສຳຄັນນີ້ຈະເປັນພື້ນຖານຂໍ້ມູນໃຫ້ລັດຖະບານຊຸດທີ IX ສືບຕໍ່ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢ່າງເປັນຮູບປະທຳ.
ແນວໃດກໍຕາມ, ທັງໝົດບັນດາເນື້ອໃນຈິດໃຈທີ່ໄດ້ກ່າວມາຂ້າງເທິງນີ້ ເນື້ອແທ້ຂອງມັນກໍແມ່ນໄດ້ກັ່ນກອງອອກມາຈາກມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກທີ່ຫາກໍສຳເລັດລົງເມື່ອບໍ່ດົນມານີ້. ນອກຈາກນັ້ນ ກໍນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (2021-2025) ທີ່ຈະມີການຮັບຮອງເອົາໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ທີ່ຈະມາເຖິງນີ້. ໃນວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດທີ່ຈະມາເຖິງນີ້, ຈະໄດ້ຮັບຮອງເອົາການແຕ່ງຕັ້ງປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ບັນດາກົງຈັກບໍລິຫານຂອງສະພາແຫ່ງຊາດ ຕະຫລອດເຖິງກົງຈັກບໍລິຫານຂອງລັດຖະບານຊຸດທີ IX ຕາມລຳດັບ.
ເຖິງຢ່າງໃດກໍດີ, ເມື່ອກ່າວເຖິງມະຕິຄັ້ງທີ XI ຂອງພັກ ມັນແມ່ນຍອດທິດສະດີພື້ນຖານ ທັງແມ່ນນະໂຍບາຍທີ່ຖືກຄັດກອງຮັບຮອງເອົາໃນກອງປະຊຸມໃຫຍ່ຂອງພັກມາແລ້ວ ເຊິ່ງພວກເຮົາຈະຕ້ອງມີການຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນໃນໄລຍະ 5 ປີຕໍ່ໜ້າ (2021-2025) ເຊິ່ງຈະກາຍເປັນພາລະກິດອັນຍິ່ງໃຫຍ່ ທັງເປັນເປົ້າໝາຍອັນດັບໜຶ່ງ ກໍຄືນຳພາປະເທດຊາດອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນານັ້ນເອງ.

