ອົງການອາຫານ ແລະ ຢາ(FDA) ສະຫະລັດອະນຸມັດວັກຊີນຕ້ານໂຄວິດ-19 ຈອນສັນ ແອນ ຈອນສັນສັກເຂັມດຽວແລ້ວ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ກຸມພານີ້ ໃຫ້ຮູ້ວ່າ ອົງການອາຫານ ແລະ ຢາ ສະຫະລັດ ໄດ້ອະນຸມັດເປັນກໍລະນີສຸກເສີນ ໃຫ້ໃຊ້ວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດ ຈອນສັນ ແອນ ຈອນສັນ ຊຶ່ງເປັນວັກຊີນສັກເຂັມດຽວຢ່າງເປັນທາງການແລ້ວ ເມື່ອວັນທີ 27 ກຸມພາທີ່ຜ່ານມາ. ນັບວ່າເປັນວັກຊີນຊະນິດທີ 3 ໄດ້ຮັບການອະນຸມັດໃຫ້ໃຊ້ໃນສະຫະລັດອາເມລິກາ ຕໍ່ຈາກວັກຊີນຂອງ ໄຟເຊີ-ໃບອອນເທັກ ແລະ ໂມເດິນນາ.
ຜົນການທົດລອງຄັ້ງທີ 3 ຂອງວັກຊີນ ຈອນສັນ ແອນ ຈອນສັນ ພົບວ່າສາມາດປ້ອງກັນອາການຂອງໂຄວິດ-19 ຢ່າງຮຸນແຮງໄດ້ ແຕ່ຫາກລວມປະສິດທິພາບໃນການປ້ອງກັນອາການພະຍາດທັງໝົດທຸກລະດັບລວມທັງອາການປານກາງ ພົບວ່າມີປະສິດທິພາບໃນການປ້ອງກັນພະຍາດຢູ່ທີ່ 66%.
ການອະນຸມັດວັກຊີນປ້ອງກັນໂຄວິດ-19 ຂອງຈອນສັນ ແອນ ຈອນສັນຖືເປັນທາງເລືອກທີ່ຄຸ້ມຄ່າ ເນື່ອງຈາກເປັນວັກຊີນທີ່ສາມາດເອົາໄວ້ໃນຕູ້ເຢັນໄດ້ ຊຶ່ງແຕກຕ່າງກັບວັກຊີນໄຟເຊີ ແລະ ໂມເດິນນາຕ້ອງເອົາໄວ້ໃນຕູ້ເຢັນແຊ່ແຂງເທົ່ານັ້ນ.

