Elon Musk ຫລຸດເສດຖີອັນດັບ 1 ຂອງໂລກ ຫລັງຫຸ້ນ Tesla ຕົກ

ວັນທີ 24 ກຸມພາ 2021, ເວັບໄຊ Bloomberg Billionaires Index ລາຍງານມູນຄ່າຊັບສິນຫລ້າສຸດຂອງ Elon Musk ຜູ້ບໍລິຫານລົດຍົນໄຟຟ້າ Tesla ແລະ ຜູ້ສ້າງຕັ້ງ SpaceX ບໍລິສັດຂົນສົ່ງອະວະກາດ ທີ່ຕົກໄປຢູ່ 180.000 ລ້ານໂດລາສະຫະລັດ.
ຊັບສິນທີ່ຫລຸດລົງຂອງ Elon Musk ເຮັດໃຫ້ລາວເສຍຕຳແໜ່ງມະຫາເສດຖີຮັ່ງມີທີ່ສຸດໃນໂລກໃຫ້ແຊ້ມເກົ່າຄື Jeff Bezos ຜູ້ສ້າງຕັ້ງ Amazon ກາຍເປັນມະຫາເສດຖີອັນດັບທີ 2 ຂອງໂລກ.
ສຳລັບສາເຫດທີ່ເຮັດໃຫ້ຊັບສິນຂອງ Elon Musk ມີມູນຄ່າຫລຸດລົງ ເປັນຜົນມາຈາກລາຄາຫຸ້ນຂອງ Tesla ຕົກ ນັບແຕ່ຕົ້ນອາທິດຜ່ານມາ ໂດຍໃນວັນທີ 22 ກຸມພາ ລາຄາຫຸ້ນຂອງ Tesla ຕົກລົງເຖິງ 8,55% ໜັກສຸດນັບແຕ່ເດືອນກັນຍາປີຜ່ານມາ.
ເວັບໄຊ CNBC ວິເຄາະວ່າ: ປັດໄຈທີ່ເຮັດໃຫ້ລາຄາຫຸ້ນຂອງ Tesla ຫລຸດລົງ ມາຈາກທິດທາງຂອງຕະຫລາດ ເຊິ່ງໃນໄລຍະນີ້ຫຸ້ນກຸ່ມເຕັກໂນໂລຊີປັບຫລຸດລົງ. ຂະນະດຽວກັນ ນັກລົງທຶນຍັງກົງວົນກ່ຽວກັບສະຖານະການການລະບາດຂອງພະຍາດໂຄວິດ-19.
ນັກວິເຄາະຍັງເບິ່ງອີກວ່າ: ທ່າທີຂອງ Elon Musk ເອງ ມີສ່ວນເຮັດໃຫ້ມູນຄ່າຊັບສິນຂອງຕົນເອງຫລຸດລົງ ໂດຍເປັນຜົນມາຈາກການໂພສຂໍ້ຄວາມວ່າ: ມູນຄ່າຂອງບິດຄອຍກຳລັງເພີ່ມສູງເກີນໄປແລ້ວ ຈົນລາຄາບິດຄອຍປັບຫລຸດລົງ ທັງໆທີ່ Tesla ຫາກໍເຂົ້າໄປລົງທຶນໃນຕະຫລາດບິດຄອຍ.

