ອອສເຕເລຍ ເລີ່ມສັກວັກຊີນ ຕ້ານໂຄວິດ-19 ແລ້ວ

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 22 ກຸມພານີ້ວ່າ ອອສເຕເລຍ ເລີ່ມຂະບວນການ ສັກວັກຊີນຕ້ານ ໂຄວິດ-19 ແລ້ວ, ໂດຍແມ່ເຖົ້າອາຍຸ 85 ປີ ໄດ້ສັກເປັນຄົນທຳອິດ.
ສຳນັກຂ່າວ ບີບີຊີ ລາຍງານວ່າ ໃນວັນອາທິດທີ 21 ກຸມພາ ນາຍົກລັດຖະມົນຕີ ສະກ໊້ອດ ມໍຣິສັນ ອອສເຕເລຍ ສັກວັກຊີນຕ້ານ ໄວຣັດໂຄວິດ-19 ແລ້ວ ໂດຍຖ່າຍທອດຜ່ານໂທລະທັດ ເພື່ອສ້າງຄວາມໝັ້ນໃຈ ເລື່ອງຄວາມປອດໄພຂອງວັກຊີນ ໃຫ້ກັບປະຊາຊົນທົ່ວໄປ. ກ່ອນທີ່ລັດຖະບານ ຈະເລີ່ມຂະບວນການສັກວັກຊີນຢ່າງເປັນທາງການໃນວັນນີ້ເອງ ວັນທີ 22 ກຸມພາ 2021.

