ພິທີເຊັນສັນຍາສໍາປະທານການຮ່ວມມືການບໍລິການ ການພິມ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ກັບ ບໍລິສັດແມັກມີເດຍ ຈໍາກັດ ຜູ້ດຽວ

ວັນທີ 15 ກຸມພາ 2021 ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີເຊັນສັນຍາຮ່ວມມືການບໍລິການ ດ້ານການພິມ ລະຫວ່າງ ບໍລິສັດແມັກມີເດຍ ຈໍາກັດ ກັບ ມະຫາວິທະຍາໄລແຫ່ງຊາດ ເພື່ອສ້າງໂຮງພິມໄວ້ບໍລິການ ການພິມພາຍໃນ ມຊ ໂດຍການເປັນປະທານຂອງທ່ານ ສົມສີ ຍໍພັນໄຊ ອະທິການບໍດີ ພ້ອມດ້ວຍຄະນະບໍລິຫານ ມຊ ແລະ ທ່ານ ສົມພົງ ໂພທິສານ ປະທານ ບໍລິສັດ ແມັກມີເດຍ ຈໍາກັດ ຜູ້ດຽວ ພ້ອມດ້ວຍຄະນະບໍລິຫານບໍລິສັດເຂົ້າຮ່ວມ.

ການສ້າງຕັ້ງໂຮງພິມດັ່ງກ່າວນີ້ແມ່ນເປັນການລົງທຶນຂອງບໍລິສັດແມັກມີເດຍ 100% ໂດຍການນໍາໃຊ້ລະບົບການພິມ offset ແລະ digital printing ເພື່ອຕອບສະໜອງສື່ສິ່ງພິມພາຍໃນ ມຊ ໃຫ້ເປັນຮູບແບບດຽວກັນ ບໍ່ກະແຈກກະຈາຍ ແລະ ຈະນໍາໃຊ້ລະຫັດ ISBN ທີ່ເປັນສັນຍະລັກປຶ້ມມາດຕະຖານສາກົນ ຕາມລະບົບ DDC ຂອງຫ້ອງສະໝຸດ.