ຫາລືຜ່ານຮ່າງດຳລັດວ່າດ້ວຍ ກອງທຶນພັດທະນາສີມືແຮງງານ

ເພື່ອແນໃສ່ສ້າງໂອກາດ ແລະ ສົ່ງເສີມຜູ້ອອກແຮງງານກຸ່ມເປົ້າໝາຍທີ່ລັດຖະບານສົ່ງເສີມ, ຜູ້ກຳລັງເຮັດວຽກຢູ່ຫົວໜ່ວຍ ແຮງງານ, ຜູ້ຫວ່າງງານ, ຜູ້ບໍ່ມີວິຊາຊີບ ແລະ ຜູ້ບໍ່ມີລະດັບສີມືແຮງງານໃຫ້ໄດ້ຮັບການພັດທະນາສີມືແຮງງານຂອງຕົນດີຂຶ້ນ. ດັ່ງ ນັ້ນ ເມື່ອທ້າຍອາທິດຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມປຶກສາຫາລືຜ່ານຮ່າງດຳລັດວ່າ ດ້ວຍກອງທຶນພັດທະນາສີມືແຮງງານ ໂດຍການເປັນປະທານຂອງທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຫົວໜ້າກົມຕ່າງໆ, ສູນ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເຊິ່ງດຳລັດດັ່ງກ່າວ ໄດ້ກຳນົດ 12 ໝວດ ແລະ 68 ມາດຕາ, ໃນນັ້ນ ໄດ້ກຳນົດກ່ຽວກັບແຫຼ່ງລາຍຮັບ ແລະ ການນຳໃຊ້ກອງທຶນພັດທະນາສີມືແຮງ ງານ, ການບໍລິຫານຄຸ້ມຄອງ, ການນໍາໃຊ້, ການກວດສອບ ແລະ ນະໂຍບາຍຕ່າງໆຕໍ່ຜູ້ລະເມີດ ແລະ ໄດ້ກຳນົດລະບຽບຫຼັກການໃນ ການສ້າງຕັ້ງ ເພື່ອລະດົມ, ສະສົມທຶນ, ສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງຂອງກອງທຶນ, ພ້ອມທັງແນໃສ່ສະໜອງທຶນເຂົ້າ ໃນການພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ນັບດີຂຶ້ນ ຕາມທິດຫັນເປັນອຸດສາຫະກໍາທັນສະໄໝ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.

