ເຊລຊີ ສົມຫວັງ, ຄວ້າ ດູດິເກີ ຮ່ວມທີມເຊັນສັນຍາ 5 ປີ ໃສ່ເສື້ອເບີ 2

ສະໂມສອນ ເຊລຊີ ປະກາດ ຄວ້າໂຕ ອັນໂຕນິໂອ ຣູດິເກີ ກອງ ຫຼັງຈາກ ໂຣມາ ມາຮ່ວມທີມເປັນ ຢ່າງທາງການແລ້ວ ໂດຍຈະເຊັນ ສັນຍາໄລຍະຍາວ 5 ປີ.
ຫຼັງຈາກທີ່ ເຊລຊີ ຜິດຫວັງ ໄດ້ໂຕ ໂຣເມລູ ລູກາກູ ດາວຍິງ ຊາວ ເບລຢຽມ ຈາກ ເອຟເວີຕັນ ທີ່ຕົກເປັນຂ່າວຢູ່ດົນ ກ່ອນຖືກ ແມນເຊສເຕີ ຢູໄນເຕັດ ຕັດໜ້າ ໄປນັ້ນ ຫຼ້າສຸດພວກເຂົາປະກາດ ຄວ້າໂຕດາວເຕະ ທີມຊາດເຢຍ ລະມັນ ອີກໜຶ່ງເປົ້າໝາຍຫຼັກໃນ ລະດູການນີ້ມາຮ່ວມຢ່າງເປັນ ທາງການ ໂດຍຄາດດັນວ່າຄ່າໂຕ ຢູ່ທີ່ປະມານ 34 ລ້ານປອນ.
ໂດຍດາວເຕະອາຍຸ 24 ປີ ຈະໃສ່ເສື້ອເບີ 2 ສູ້ເສິກໃນລະດູ ການໜ້າ ແລະ ເປັນນັກເຕະຄົນ ທີ່ສອງຂອງ ເຊລຊີ ໃນລະດູການ ນີ້ຕໍ່ຈາກ ວິລລີ ກາບາເຢໂຣ ຜູ້ຮັກ ສາປະຕູມື 2 ທີ່ຄວ້າມາແບບບໍ່ມີ ຄ່າໂຕ.

