ຈັດຂຶ້ນເປັນທາງການແລ້ວ! ງານມະຫະກໍາບຸນຊ້າງປີນີ້ແມ່ນຈັດຕາມປະເພນີ

ໃນວັນທີ 13 ກຸມພານີ້, ແຂວງໄຊຍະບູລີ ໄດ້ຈັດງານມະຫະກໍາບຸນຊ້າງ ຂຶ້ນທີ່ສະໜາມຫລວງຂອງແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ ແລະ ມວນຊົນເຂົ້າຮ່ວມ.

ງານມະຫະກໍາບຸນຊ້າງປີນີ້ ແມ່ນຈັດຂຶ້ນເປັນຄັ້ງທີ 15 ໂດຍຈັດຕາມຮີດຄອງປະເພນີ, ມີຊ້າງເຂົ້າຮ່ວມ 21 ເຊືອກ ເນື່ອງຈາກມີຄວາມສ່ຽງສູງໃນການແຜ່ລະບາດຂອງພະຍາດໂຄວິດ-19. ສະນັ້ນ ການຈັດງານດັ່ງກ່າວຈຶ່ງຈັດຂຶ້ນພຽງ 1 ວັນເທົ່ານັ້ນ ເພື່ອເປັນການຄອບເລົ່າ, ຈຶ່ງໄດ້ກໍານົດເອົາແຕ່ກິດຈະກໍາທີ່ສໍາຄັນ ແລະ ຈໍາເປັນ ເຊັ່ນ: ຕັກບາດພຣະ 13 ອົງ ເພື່ອອຸທິດບຸນກຸສົນໃຫ້ຊ້າງ, ບາສີສູ່ຂວັນຊ້າງ, ແຮ່ຂະບວນຊ້າງ, ຈັດອາຫານບຸບເຟຊ້າງ ເພື່ອສ້າງເງື່ອນໄຂໃຫ້ຊ້າງມີໂອກາດພົບປະກັນ ແລະ ຂີ່ຊ້າງອ້ອມເມືອງ.

ແຂວງໄຊຍະບູລີ ເປັນແຂວງດຽວທີ່ມີປະຊາກອນຊ້າງຫລາຍກວ່າໝູ່ ຖ້າທຽບໃສ່ແຂວງອື່ນໃນລາວ ດ້ວຍເຫດນັ້ນເພື່ອເປັນການອານຸລັກຮັກສາຊ້າງບໍ່ໃຫ້ສູນພັນ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທໍາ ຮີດຄອງປະເພນີອັນດີງາມ ແລະ ວິຖີການດໍາລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ອະດີດຕະການໃຫ້ຍືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວເຮົາ, ເວົ້າລວມເວົ້າສະເພາະ ປະຊາຊົນຊາວແຂວງໄຊຍະບູລີ ຈຶ່ງໄດ້ພ້ອມພຽງກັນຈັດງານມະຫະກໍາບຸນຊ້າງນີ້ຂຶ້ນໃນແຕ່ລະປີ.