Apple ຍ້າຍຖານຜະລິດ ipad ຈາກຈີນໄປຫວຽດນາມ-ມາເລເຊຍ

​ເປັນຄັ້ງທຳ​ອິດ​ທີ່ Apple ຈະ​ເລີ່​ມຜະລິດ iPad ຈຳນວນ​ຫລາຍ​ນອກ​ປະ​ເທດ​ຈີນ ຖານ​ໃໝ່​ທີ່​ຈະ​ໄປ​ຄື​ຫວຽດນາມ ​ແລະ ມາ​ເລ​ເຊຍ​ທີ່​ຈະ​ເປັນ​ແຫ​ລ່ງຜະລິດ​ລຸ້ນນ້ອຍ​ຄື Mac mini.

ລາຍ​ງານ​ຈາກ​ສື່​ຕ່າງປະ​ເທດ​ລະບຸ​ວ່າ: Apple ຈະ​ສາມາດ​ເລີ່​ມຜະລິດ iPad ​ໃນ​ຫວຽດນາມ​ໄດ້​ພາຍ​ໃນ​ກາງ​ປີ​ນີ້ ຄວາມ​ພິ​ເສດ​ຄື​ກຳລັງ​ການ​ຜະລິດ​ທີ່​ຖື​ວ່າ​ເປັນຄັ້ງທຳ​ອິດ​ຂອງ​ການ​ຜະລິດ​ແທັບ​ເລັດ​ໃນ​ລະດັບ “ຈຳນວນ​ຫລາຍ” ທີ່​ຜະລິດ​ນອກ​ປະ​ເທດ​ຈີນ.

ທັງ​ໝົດ​ນີ້​ເປັນ​ການ​ຕໍ່​ຍອດ​ຈາກ​ລາຍ​ງານ​ໃນ​ປີຜ່ານມາ ທີ່​ພົບ​ວ່າ: Apple ຍ້າຍ​ການ​ຜະລິດ AirPods Pro ບາງ​ສ່ວນ​ໄປ​ຫວຽດນາມ ຄາດ​ວ່າ​ຍັກ​ໃຫຍ່​ໄອ​ທີ​ກຳລັງ​ວາງ​ແຜນ​ຈະ​ຂະຫຍາຍ​ການ​ຜະລິດ HomePod mini ​ໄປ​ນຳ ລວມທັງ​ຍ້າຍ​ການ​ຜະລິດ MacBook ບາງ​ສ່ວນ.

ສຳນັກ​ຂ່າວຣອຍ​ເຕີ​ເຄີຍ​ລາຍ​ງານ​ກ່ຽວ​ກັບ​ແຜນການ​ເລີ່​ມຍ້າຍ​ຖານ​ການ​ຜະລິດ​ຂອງ Apple ທີ່​ຈະ​ປ່ຽນ​ການ​ຜະລິດ MacBook ​ແລະ iPad ​ໄປ​ຫວຽດນາມ​ໃນ​ປີຜ່ານມາ ຂໍ້​ມູນ​ນີ້​ສອດຄ່ອງ​ກັບ​ລາຍ​ງານ​ໃໝ່​ທີ່​ຊີ້​ວ່າ: ການ​ຜະລິດ Mac mini ບາງ​ສ່ວນ​ໄດ້​ຖືກ​ຍ້າຍ​ໄປມາ​ເລ​ເຊຍ​ນຳ ຄາດ​ວ່າການ​ປ່ຽນ​ແປງ​ຕ່ອງ​ໂສ້​ກາ​ນສະໜອງ​ຂອງ Apple ​ເປັນ​ສ່ວນ​ໜຶ່ງ​ຂອງ​ແຜນ​ທີ່​ຈະ​ຍ້າຍ​ການ​ຜະລິດ​ 15-30% ຂອງ​ການ​ຜະລິດ​ອອກ​ຈາກ​ປະ​ເທດ​ຈີນ ​ເຊິ່ງ​ເປັນ​ພາບ​ໃຫຍ່​ທີ່​ໂລກ​ຈະ​ໄດ້​ເຫັນ​ຈະ​ແຈ້ງ​ຕໍ່​ຈາກ​ນີ້.