ຕາເວັນຕົກພ້ອມກັນຜະຫວາ ອີຣານເລີ່ມຜະລິດ ໂລຫະຢູເຣນຽມ ອາດຈະໃຊ້ເປັນແກນລະເບີດນິວເຄຣຍ

ລາຍງານຈາກຕ່າງປະເທດວັນທີ 11 ກຸມພານີ້ ໃຫ້ຮູ້ວ່າ ກະຊວງການປະລະມະນູລະຫວ່າງປະເທດ (IAEA) ຖະແຫຼງຢືນຢັນມື້ວານນີ້ທີ 10 ກຸມພາວ່າ ອີຣານໄດ້ເລີ່ມຂະບວນການຜະລິດໂລຫະຢູເຣນຽມ ເຂົ້າຂ່າຍລະເມີດຂໍ້ຕົກລົງນິວເຄຣຍທີ່ເຮັດຮ່ວມກັບກຸ່ມຊາດມະຫາອຳນາດ ເມື່ອປີ 2015 ເນື່ອງຈາກວັດສະດຸດັ່ງກ່າວ ສາມາດນຳໄປເປັນແກນຂອງລະເບີດນິວເຄຣຍໄດ້.
ລັດຖະບານ ເຕເຮຣານ ເລີ່ມຝ່າຝືນເງື່ອນໄຂຂໍ້ຕົກລົງ ນິວເຄຣຍ ທີລະໜ້ອຍຕັ້ງແຕ່ປີ 2019 ເປັນຕົ້ນມາ ຫຼັງຈາກສະຫະລັດພາຍໃຕ້ການນຳພາຂອງ ໂດນັລທຣຳ ໄດ້ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ ແລະ ຟື້ນມາດຕະການຂວໍ້າບາດທາງເສດຖະກິດຕໍ່ອີຣານ.
ຢ່າງໃດກໍຕາມ, ກິດຈະກຳນິວເຄຣຍຂອງອີຣານ ຖືກຍົກລະດັບໄວຂຶ້ນໃນຊ່ວງບໍ່ເທົ່າໃດເດືອນມານີ້ ຊຶ່ງຄາດວ່າຈະເຮັດໃຫ້ປະທານາທິບໍດີ ໂຈໄບເດັນຂອງສະຫະລັດ ຕັດສິນໃຈຍາກລຳບາກຂຶ້ນ ຖ້າຫາກຈະນຳ ວໍຊິງຕັນກັບຄືນເຂົ້າຮ່ວມຂໍ້ຕົກລົງອີກຄັ້ງ.
ລັດຖະບານ ອີຣານ ໄດ້ແຈ້ງຕໍ່ IAEA ເມື່ອເດືອນທັນວາ ວ່າມີແຜນຈະຜະລິດ ໂລຫະຢູເຣນຽມ ເພື່ອໃຊ້ເປັນເຊື້ອໄຟເຕົາປະຕິກອນນິວເຄຣຍເພື່ອການວິໄຈ.
ຝຣັ່ງ, ອັງກິດ ແລະ ເຢຍລະມັນທີ່ເຂົ້າຮ່ວມພາຄີຂໍ້ຕົກລົງນິວເຄຣຍ ລະບຸເມື່ອເດືອນມັງກອນວ່າ ຮູ້ສຶກມີຄວາມກັງວົນເປັນຢ່າງຍິ່ງ ແລະ ເຫັນວ່າແຜນການຜະລິດ ໂລຫະຢູເຣນຽມຂອງ ອີຣານ ນັ້ນ ບໍ່ໄດ້ມີເຫດຜົນອັນຄວນທີ່ຈະໃຊ້ ເປັນປະໂຫຍດດ້ານພົນລະເຮືອນ ແຕ່ອາດຈະມີເຈດຕະນານຳໄປໃຊ້ໃນດ້ານການທະຫານຫຼາຍກວ່າ.

