ຣັດເຊຍຜະເຊີນອາກາດໜາວຕິດລົບ 30 ອົງສາ

ຣັດເຊຍຜະເຊີນອາກາດໜາວຢ່າງຮຸນແຮງ ຈົນປະຊາຊົນໄດ້ນຳເອົານ້ຳມາສາດໃນອາກາດ ຈົນກາຍເປັນເກັດນ້ຳກ້ອນແຂງໂຕຢ່າງງົດງາມ ໂດຍອຸນຫະພູມຢູ່ຣັດເຊຍ ຕິດລົບກວ່າ 30 ອົງສາ. ປັດຈຸບັນຈຶ່ງມີເທຣນທີ່ນິຍົມກັນເປັນຈຳນວນຫລາຍໃນສັງຄົມອອນລາຍຣັດເຊຍຄື ບັນດາໄວໜຸ່ມຊາວຣັດເຊຍ ໄດ້ນຳເອົານ້ຳທີ່ຕົ້ນຈົນຮ້ອນ ມາສາດໃຫ້ກະຈາຍກາງອາກາດ ເປັນຮູບຢົດນ້ຳງົດງາມແບບທີ່ເຫັນ.

